ຂ່າວສານ

ທ່ານນາຍົກລັດຖະມົນຕີເປັນປະທານວາລະປະຊຸມຫົວເລື່ອງສະເພາະເດືອນ ພະຈິກ 2021

      ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງວ່າ ແຜນຮ່າງຫົວເລື່ອງໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ຕ້ອງຕິດພັນກັບການປະຕິບັດທິດທາງເປີດປະຕູ ພື້ນຖານເສດຖະກິດເທື່ອລະກ້າວ
ວາລະປະຊຸມຫົວເລື່ອງສະເພາະເດືອນ ພະຈິກ 2021
(ພາບ: TTXVN)
      ຕອນບ່າຍວັນທີ 13 ພະຈິກ, ຢູ່ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ວາລະປະຊຸມຫົວເລື່ອງສະເພາະເດືອນ ພະຈິກ 2021, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຮຽກຮ້ອງໃຫ້ປະຕິບັດສຳເລັດຍຸດທະສາດຮອບດ້ານກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ.
      ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງວ່າ ແຜນຮ່າງຫົວເລື່ອງໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ຕ້ອງຕິດພັນກັບການປະຕິບັດທິດທາງເປີດປະຕູ ພື້ນຖານເສດຖະກິດເທື່ອລະກ້າວ ຕາມທິດຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ. ເປົ້າໝາຍທີ່ໄດ້ວາງອອກແມ່ນຊຸກຍູ້ການຟື້ນຟູ, ການເຕີບໂຕເສດຖະກິດ, ສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ, ແຕ່ຕ້ອງຮັບປະກັນພື້ນຖານເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ໄພເງິນເຟີ້ຢູ່ໃນລະດັບຕ່ຳສຸດ ແລະ ຮັບປະກັນຄວາມສົມດຸນໃຫຍ່ຂອງພື້ນຖານເສດຖະກິດ.
(ແຫຼ່ງຄັດຈາກ VOV)


top