ຂ່າວສານ

ທ່ານນາຍົກລັດຖະມົນຕີຮຽກຮ້ອງການເຄື່ອນໄວໂຮງງານໄຟຟ້າຄວາມຮ້ອນ ແມ່ນ້ຳເຮົ້າ 1 ໃຫ້ບັນລຸປະສິດທິຜົນ

ເລື່ອງເປີດສະຫຼອງໂຮງງານໄຟຟ້າຄວາມຮ້ອນ ແມ່ນ້ຳເຮົ້າ 1 ແມ່ນເຫດການມີຄວາມໝາຍສຳຄັນທີ່ສຸດ, ປະກອບສ່ວນເຂົ້າໃນການຮັບປະກັນຄວາມໝັ້ນຄົງທາງດ້ານພະລັງງານ ແລະ ຊຸກຍູ້ການເຕີບໂຕ, ຫັນປ່ຽນໂຄງປະກອບພື້ນຖານເສດຖະກິດແຂວງ ເຮົ້າຢາງ
  ພິທີເປີດສະຫຼອງໂຮງງານໄຟຟ້າຄວາມຮ້ອນ ແມ່ນ້ຳເຮົ້າ 1 (ພາບ: TTXVN)  

ຕອນບ່າຍວັນທີ 16 ກໍລະກົດ, ຢູ່ແຂວງ ເຮົ້າຢາງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມພິທີເປີດສະຫຼອງໂຮງງານໄຟຟ້າຄວາມຮ້ອນ ແມ່ນ້ຳເຮົ້າ 1 ໂດຍກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ຫວຽດນາມ (PVN) ເປັນເຈົ້າຂອງລົງທຶນ.

ໂຮງງານໄຟຟ້າຄວາມຮ້ອນແມ່ນ້ຳເຮົ້າ ມີຈຳນວນເງິນລົງທຶນທັງໝົດປະມານ 2 ຕື້ USD, ນຳໃຊ້ເຕັກໂນໂລຊີກ້າວໜ້າ, ທັນສະໄໝ. ໂຮງງານເລີ່ມລົງມືກໍ່ສ້າງໃນເດືອນ ພຶດສະພາປີ 2015, ໄດ້ນຳເຂົ້າເຄື່ອນໄຫວນັບແຕ່ວັນທີ 16 ພຶດສະພາ 2022.

ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັ້ກວ່າ, ເລື່ອງເປີດສະຫຼອງໂຮງງານໄຟຟ້າຄວາມຮ້ອນ ແມ່ນ້ຳເຮົ້າ 1 ແມ່ນເຫດການມີຄວາມໝາຍສຳຄັນທີ່ສຸດ, ປະກອບສ່ວນເຂົ້າໃນການຮັບປະກັນຄວາມໝັ້ນຄົງທາງດ້ານພະລັງງານ ແລະ ຊຸກຍູ້ການເຕີບໂຕ, ຫັນປ່ຽນໂຄງປະກອບພື້ນຖານເສດຖະກິດແຂວງ ເຮົ້າຢາງ ແລະ ທົ່ວປະເທດຕາມທິດຫັນເປັນອຸດສາຫະກຳ. ບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງ ຕ້ອງສ້າງແຜນການນຳໃຊ້ໄຟຟ້າແບບອັດສະລິຍະ, ປອດໄພ, ສະຖຽນລະພາບ ແລະ ມີປະສິດທິຜົນ.

ພາຍຫຼັງເຂົ້າຮ່ວມພິທີເປີດສະຫຼອງໂຮງງານໄຟຟ້າຄວາມຮ້ອນ ແມ່ນ້ຳເຮົ້າ 1, ທ່ານນາຍົກລັດຖະມົນຕີ ພ້ອມກັບຄະນະປະຕິບັດງານໄປສຳຫຼວດເສັ້ນທາງຕັດລະຫວ່າງ 2 ໂຄງການຄວາມໄວສູງໄປຜ່ານແຂວງ ເຮົ້າຢາງ ແມ່ນເສັ້ນທາງຄວາມໄວສູງ ເກິນເທີ - ກ່າເມົາ ແລະ ເສັ້ນທາງຄວາມໄວສູງ ເຈົາດົກ - ເກິນເທີ - ຊອກຈັງ.


top