ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊັວນຟຸກໃຫ້ການຕ້ອນຮັບກຸ່ມບໍລິສັດ Fast Retailing ປະເທດຍີ່ປຸ່ນ

ຕອນບ່າຍວັນທີ 18 ກໍລະກົດ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊັວນຟຸກໄດ້ໃຫ້ການຕ້ອນຮັບທ່ານ Yanai Tadashi, ປະທານ ທັງເປັນຜູ້ອຳນວຍການໃຫ່ຍກຸ່ມບໍລິສັດ Fast Retailing ຂອງ ຍີ່ປຸ່ນ.

ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊັວນຟຸກ ຕ້ອນຮັບທ່ານ Yanai Tadashi, ປະທານ ທັງເປັນຜູ້ອຳນວຍການໃຫ່ຍກຸ່ມບໍລິສັດ Fast Retailing (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊັວນຟຸກຢັ້ງຢືນວ່າຍີ່ປຸ່ນແມ່ນຄູ່ຮ່ວມມືເສດຖະກິດແຖວໜ້າ ຢູ່ ຫວຽດນາມ, ລັດຖະບານແລະບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມຈະສ້າງທຸກເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຍີ່ປຸ່ນທີ່ມາລົງທຶນດຳເນີນທຸລະກິດຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີຫວຽດນາມໄດ້ຕີລາຄາສູງຕໍ່ການເຄື່ອນໄຫວລົງທຶນດຳເນີນທຸລະກິດຂອງກຸ່ມບໍລິສັດ Fast Retailing ຢູ່ ຫວຽດນາມ. ທ່ານໃຫ້ຮູ້ວ່າ: ຍີ່ປຸ່ນແມ່ນຄູ່ຮ່ວມມືທີ່ສະໜອງທຶນ ODA ໃຫ່ຍທີ່ສຸດຢູ່ຫວຽດນາມ. ດ້ວຍພົນລະເມືອງກ່ວາ 96 ລ້ານຄົນ, ຫວຽດນາມແມ່ນຕະຫຼາດທີ່ມີທ່າແຮງບົ່ມຊ້ອນໃຫ້ແກ່ຜະລິດຕະພັນເຄື່ອງນຸ່ງຫົ່ມຂອງຍີ່ປຸ່ນແລະເປັນການປະກອບສ່ວນຂອງບັນດາກຸ່ມບໍລິສັດຍີ່ປຸ່ນຢູ່ຫວຽດນາມແລະກໍ່ຍັງປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດ. ພ້ອມດຽວກັນນັ້ນ, ບັນດາຜະລິດຕະພັນເຄື່ອງນຸ່ງຫົ່ມຂອງກຸ່ມບໍລິສັດກໍ່ໄດ້ປະກອບສ່ວນເຮັດໃຫ້ການເລືອກເຝັ້ນຊົມໃຊ້ຂອງຊາວຫວຽດນາມເປັນຫຼາຍຮູບຫຼາຍແບບ.

        ທ່ານປະທານ,ຜູ້ອຳນວຍການໃຫ່ຍກຸ່ມບໍລິສັດ Fast RetailingYanai Tadashi ໄດ້ຢັ້ງຢືນວ່ານອກຈາກບັນດາຜະລິດຕະພັນເຄື່ອງນຸ່ງຫົ່ມຢູ່ທ້ອງຕະຫຼາດຂອງຫວຽດນາມແລ້ວ, ໃນໄລຍະທີ່ຈະມາເຖິງກຸ່ມບໍລິສັດຈະຜັນຂະຫຍາຍລະບົບຂາຍຍ່ອຍຢູ່ຫວຽດນາມຕື່ມອີກ. ທ່ານກໍ່ສະເໜີ ຕໍ່ລັດຖະບານຊີ້ນຳບັນດາອົງການທີ່ກ່ຽວຂ້ອງແກ້ໄຂ ໃຫ້ແກ່ກຸ່ມບໍລິສັດໄດ້ຮັບໃບອະນຸຍາດກໍ່ສ້າງແລະໃບອະນຸຍາດຂາຍຍ່ອຍໂດຍໄວເພື່ອເປີດກວ້າງດ້ານການລົງທຶນວິສະຫະກິດຢູ່ຫວຽດນາມ. 

(ແຫຼ່ງຄັດຈາກ VOV)


top