ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ ຄະນະປະຈໍາອະນຸກໍາມະການເສດຖະກິດ-ສັງຄົມ ຮັບໃຊ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

      ຕອນບ່າຍວັນທີ 08 ສິງຫາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈໍາ ອະນຸກໍາມະການເສດຖະກິດ-ສັງຄົມ ຮັບໃຊ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ.

ທ່ານນາຍົກລັດຖະມົນຕີຫວຽນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ: TTXVN)
      ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ກ່ອນອື່ນໝົດ ຮ່າງບົດລາຍງານແມ່ນໃກ້ຊິດກັບບັນດາໂຄງຮ່າງທີ່ໄດ້ຮັບການຮັບຮອງເອົາ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກໂດຍພື້ນຖານ, ມີລັກສະນະແນະນໍາໂດຍສັງເຂບ; ການປະກອບຄໍາເຫັນແມ່ນກົງໄປກົງມາພໍສົມຄວນ, ສ່ອງແສງຖືກຕ້ອງຕາມສະພາບການຂອງດ້ານເສດຖະກິດ, ສິ່ງແວດລ້ອມ, ຄວາມໝັ້ນຄົງການຕ່າງປະເທດ...; ມີແນວຄິດໃໝ່ ແລະ ປະດິດຄິດສ້າງຫຼາຍຢ່າງ, ສ່ອງແສງໃຫ້ເຫັນເຈດຈໍານົງ, ຄວາມມຸ່ງມາດຄາດຫວັງບືນຕົວຂຶ້ນ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ສະພາບການພາກພື້ນ ແລະ ທະເລຕາເວັນອອກມີຄວາມສັບສົນຫຼາຍຢ່າງ, ສະພາບການສົງຄາມດ້ານການຄ້າລະຫວ່າງບັນດາປະເທດໃຫຍ່ ຄວນຄິດໄລ່ຊັ່ງຊາເພື່ອເອົາເຂົ້າຮ່າງບົດລາຍງານ.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍຮຽກຮ້ອງໃຫ້ບັນດາສະມາຊິກໃນອະນຸກໍາມະການ ຮັບເອົາບັນດາຄໍາເຫັນປະກອບຂອງນັກວິທະຍາສາດ, ຄົ້ນຄວ້າແຕ່ລະຂົງເຂດໃຫ້ຫຼາຍກວ່າອີກ; ເປັນເຈົ້າການຈັດຕັ້ງກອງປະຊຸມສໍາມະນາ, ການປຶກສາຫາລືຕ່າງໆ ກັບນັກຊ່ຽວຊານ, ນັກຄົ້ນຄວ້າ ເພື່ອສ້າງຮ່າງບົດລາຍງານໃຫ້ສົມບູນແບບ. 
 (ແຫຼ່ງຄັດຈາກ VOV)


top