ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34

      ຕອນບ່າຍວັນທີ 23 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ  ດ້ວຍພັນລະຍາ  ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ມາຮອດ ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ຢູ່ ໄທ, ໃນລະຫວ່າງວັນທີ 22 - 23 ມິຖຸນາ.

(ພາບ: TTXVN)
       ໃນໄລຍະເວລາຢູ່ປະເທດ ໄທ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມບັນດາວາລະປະຊຸມສໍາຄັນທັງໝົດຂອງກອງປະຊຸມ, ລວມມີ ວາລະປະຊຸມຄົບຄະນະ, ພິທີໄຂກອງປະຊຸມ ແລະ ກອງປະຊຸມປິດລັບ ຂອງບັນດາການນໍາ ອາຊຽນ. ທີ່ວາລະຕ່າງໆ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ບັນດາປະເທດ ອາຊຽນ ສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ເພື່ອນໍາມາຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນ, ຍູ້ແຮງການປະຕິຮູບລະບອບລະບຽບການ ແລະ ຍົກສູງປະສິດທິຜົນກົງຈັກການເຄື່ອນໄຫວຂອງ ອາຊຽນ.
        ຮ່ວມເດີນທາງນໍາທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃນການເຄື່ອນໄຫວຄັ້ງນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວ໊ກຢຸງ ໃຫ້ຮູ້ວ່າ:
 “ການກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ຢູ່ວາລະກອງປະຊຸມໄດ້ຍົກອອກ ສານຕົ້ນຕໍ 3 ສະບັບ, ທີ່ໜຶ່ງແມ່ນ, ຫວຽດນາມ ສະໜັບສະໜູນ ບັນດາຂໍ້ລິເລີ່ມ, ຂໍ້ສະເໜີຂອງ ໄທ ກ່ຽວກັບການພັດທະນາແບບຍືນຍົງໃນທັງ 3 ເສົາຄ້ຳພັດທະນາ ຂອງ ອາຊຽນ ກໍ່ຄືການພົວພັນ ອາຊຽນ ກັບບັນດາຄູ່ຮ່ວມມື. ທີ່ສອງ, ຫວຽດນາມ ຮຽກຮ້ອງ ແລະ ພ້ອມກັບປະເທດຕ່າງໆ ຍູ້ແຮງຄວາມສາມັກຄີ ເພື່ອສາມາດແກ້ໄຂບັນດາບັນຫາທົ່ວໂລກກໍ່ຄືພາກພື້ນ. ທີ່ສາມ, ປີ 2020 ຫວຽດນາມຈະເປັນປະທານອາຊຽນ, ພ້ອມທັງເປັນສະມາຊິກບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ”.
    ການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນຮັດແໜ້ນ ແລະ ປັບປຸງຄວາມສາມັກຄີໃນ ປະຊາຄົມ ອາຊຽນ, ເສີມຂະຫຍາຍບົດບາດເປັນໃຈກາງຂອງສະມາຄົມ, ເປີດກວ້າງ ແລະ ເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມື ຂອງ ອາຊຽນ ເລິກເຊິ່ງຂຶ້ນຕື່ມ.
(ແຫຼ່ງຄັດຈາກ VOV)
 


top