ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະກັບທ່ານນາຍົກລັດຖະມົນຕີ ໄທ ປາຢຸດ ຈັນໂອຊາ ແລະ ການນໍາບັນດາປະເທດ ອາຊຽນ

      ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີີ 34, ຕອນບ່າຍວັນທີ 22 ມິຖຸນາ ຕາມເວລາ ຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ໄທ ປາຢຸດ ຈັນໂອຊາ ແລະ ພົບປະກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະກັບທ່ານນາຍົກລັດຖະມົນຕີ ໄທ ປາຢຸດ ຈັນໂອຊາ (ພາບ: TTXVN)
      ທີ່ການພົບປະກັບທ່ານນາຍົກລັດຖະມົມຕີ ໄທ ປາຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ສອງທ່ານ ໄດ້ເຫັນດີສົມທົບກັນສ້າງໂຄງການດໍາເນີນງານໂດຍໄວ ເພື່ອເປັນພື້ນຖານສືບຕໍ່ຜັນຂະຫຍາຍການພົວພັນຄູ່່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ - ໄທ ໃນໄລຍະໃໝ່ ໃຫ້ມີປະສິດທິຜົນ, ແທດຈິງ ແລະ ຮອບດ້ານ. ສອງຝ່າຍເຫັນດີສົມທົບກັນຊຸກຍູ້ການຜັນຂະຫຍາຍບັນດາກົນໄກຮ່ວມມືສໍາຄັນສອງຝ່າຍໃນປີ 2019, ພິເສດແມ່ນກອງປະຊຸມຄະນະລັດຖະບານຮ່ວມຄັ້ງທີ 4 ທີ່ຈະຈັດຂຶ້ນຢູ່ຫວຽດນາມ. ນາຍົກລັດຖະມົນຕີສອງທ່ານ ໄດ້ຢັ້ງຢືນເຖິງການຕັດສິນໃຈຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າໃຫ້ດີກວ່າອີກ, ມຸ່ງໄປເຖິງເປົ້າໝາຍນໍາວົງເງິນການຄ້າສອງສົ້ນໃຫ້ບັນລຸ 20 ຕື້ USD ໃນປີ 2020 ແລະ ດຸນການຄ້າລະຫວ່າງສອງປະເທດໃຫ້ມີຄວາມດຸຸ່ນດ່ຽງກວ່າເກົ່່າ.
        ສ່ວນທີ່ການພົບປະກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo, ການນໍາສອງປະເທດ ໄດ້ຢັ້ງຢືນເຖິງການຕັດສິນໃຈສົມທົບກັນປະຕິບັດໂຄງການດໍາເນີນງານໃນການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ໄລຍະ 2018 - 2023 ແລະ ບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານປະທານາທິບໍດີ  Joko Widodo  ເມື່ອເດືອນ ກັນຍາ 2018 ໃຫ້ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີ ອິນໂດເນເຊຍ ແກ້ໄຂບັນຫາກໍ່າປັ່ນຫາປາ ແລະ ຊາວປະມົງຂອງຫວຽດນາມໃຫ້ສົມເຫດສົມຜົນ ບົນເນື້ອໃນຈິດໃຈໄມຕີຈິດມິດຕະພາບ, ມະນຸດສະທໍາ, ປະຕິບັດຕາມກົດໝາຍ ແລະ ທໍານຽມສາກົນ.
 (ແຫຼ່ງຄັດຈາກ VOV)


top