ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕົກລົງເຫັນດີປະກາດໂລກລະບາດໂຄວິດ - 19 ໃນທົ່ວປະເທດ

      ກ່າວຄຳເຫັນທີ່ກອງປະຊຸມຄະນະປະຈຳລັດຖະບານ ທີ່ດຳເນີນໃນຕອນບ່າຍວັນທີ 30 ມີນາ ກ່ຽວກັບມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ທົ່ວປະເທດ ແລະ ສະເໜີວ່າຕ້ອງປະຕິບັດຢ່າງເດັດດ່ຽວ ແລະ ບໍ່ລັງເລໃຈໃນການຮຽກຮ້ອງໃຫ້ປະຊາຊົນຢູ່ກັບເຮືອນ.

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)
       ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ:
ຫວຽດນາມ ໄດ້ມີມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ແຕ່ຫົວທີ, ປະຕິບັດຢ່າງຂ້ຽວຂາດ ແລະ ຖືກຕ້ອງຕາມຈຸດເວລາ, ເຊິ່ງໄດ້ເຮັດໃຫ້ປະຊາຊົນ ແລະ ເພື່ອນມິດສາກົນຕີລາຄາສູງວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດຢູ່ຫວຽດນາມ; ປະຊາຄົມຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ ມີຄວາມພາກພູມໃຈເມື່ອເປັນພົນລະເມືອງຂອງປະເທດທີ່ມີຄວາມອຸ່ນອຽນໃຈທີ່ສຸດໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດ. ພວກເຮົາຕັດສິນໃຈ ບໍ່ປະໃຫ້ສິ່ງ/ຄວາມພາກພູມໃຈດັ່ງກ່າວສູນຫາຍໄປ. ຍຸດທະສາດ ແລະ ວິທີເຮັດຂອງພວກເຮົາ ແມ່ນມີບາດກ້າວເດີນເໝາະສົມ, ໃນນັ້ນ ກໍໄດ້ມີຄວາມທຸ່ນທ່ຽງ ແລະ ນັບມື້ນັບມີມາດຕະການສູງ ແລະ ຂາດຂັ້ນ/ເດັດຂາດກວ່າ. ທັງລະບົບໄດ້ເຮັດວຽກຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ ເພື່ອໃຫ້ມີສະພາບການຄືໃນປັດຈຸບັນ. ພວກເຮົາຕ້ອງຂອບໃຈນຳປະຊາຊົນທຸກຄົນ; ຊົມເຊີຍພະນັກງານຂະແໜງສາທາລະນະສຸກ; ຂອບໃຈທ່ານໝໍໂຮງໝໍແບັກມາຍທີ່ສະໝັກໃຈຢູ່ໂຮງໝໍກັບຜູ້ເຈັບໜັກ ແລະ ບັນດາແພດໝໍອາສາສະໝັກອື່ນໆອີກ”.
ທ່ານນາຍົກລັດຖະມົນຕີ ສະເໜີ ໃຫ້ກະຊວງສາທາລະນະສຸກ ຄົ້ນຄວ້າຂັ້ນຕອນການກວດ ແລະ ປິ່ນປົວພະຍາດໃຫ້ເໝາະສົມ, ຫຼີກລ້ຽງກໍລະນີຕິດແປດສູ່ກັນ. ທ່ານກໍຮຽກຮ້ອງໃຫ້ປະຊາຊົນທຸກຄົນຕ້ອງປ້ອງກັນ ແລະ ຮັກສາສຸຂະພາບຕົນເອງ.
 (ແຫຼ່ງຄັດຈາກ VOV)


top