ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງຂໍ້ລິເລີ່ມສ້າງຕັ້ງອົງການຜະລິດເຄື່ອງຫຸ້ມຫໍ່ ຄືນໃໝ່

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຫາກໍມີຈົດໝາຍສົ່ງເຖິງ ອົງການຜະລິດເຄື່ອງຫຸ້ມຫໍ່ ຄືນໃໝ່ (PRO VIETNAM), ຕີລາຄາສູງຂໍ້ລິເລີ່ມສ້າງຕັ້ງອົງການຜະລິດເຄື່ອງຫຸ້ມຫໍ່ຄືນໃໝ່ຂອງບັນດາບໍລິສັດ ຫວຽດນາມ ແລະ ບໍລິສັດນາໆຊາດ ທີ່ເຄື່ອນໄຫວໃນຂະແໜງອຸດສາຫະກໍາສະບຽງອາຫານ ແລະ ເຄື່ອງດື່ມ ຢູ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ (ພາບປະກອບ: VGP)

 ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ: ປີ 2018, ສະຫະປະຊາຊາດ ໄດ້ປຸກລະດົມຫົວຂໍ້ “ແກ້ໄຂມົນລະພິດຈາກເສດຂີ້ເຫຍື້ອ ພລາດສະຕິກ ແລະ ຖົງນີລົງ” ເພື່ອແນໃສ່ໂຄສະນາ, ຂົນຂວາຍ ແລະ ຮຽກຮ້ອງປະຊາຄົມປ່ຽນແປງຄວາມຊິນເຄີຍໃນການນໍາໃຊ້ຜະລິດຕະພັນຢາງພລາດສະຕິກໃຊ້ໄດ້ເທື່ອດຽວ, ຫຼຸດຜ່ອນມົນລະພິດທາງສິ່ງແວດລ້ອມ ແລະ ປົກປັກຮັກສາສຸຂະພາບຂອງປະຊາຊົນ. ຕາງໜ້າໃຫ້ລັດຖະບານ, ທ່ານນາຍົກລັດຖະມົນຕີຕີລາຄາສູງຂໍ້ລິເລີ່ມໃນການສ້າງຕັ້ງອົງການຜະລິດເຄື່ອງຫຸ້ມຫໍ່ຄືນໃໝ່ ຂອງບັນດາບໍລິສັດຫວຽດນາມ ແລະ ບໍລິສັດນາໆຊາດ ທີ່ເຄື່ອນໄຫວໃນຂະແໜງອຸດສາຫະກໍາສະບຽງອາຫານ ແລະ ເຄື່ອງດື່ມ ຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ PRO VIETNAM ຈະຮ່ວມແຮງຮ່ວມໃຈ, ຮ່ວມເດີນທາງພ້ອມກັບລັດຖະບານ ແລະ ປະຊາຊົນຫວຽດນາມ ມານະພະຍາຍາມຕັດສິນໃຈ ປ້ອງກັນ, ຕ້ານ, ຈໍາກັດ, ຫຼຸດຜ່ອນມົນລະພິດຈາກສິ່ງເສດເຫຼືອພລາດສະຕິກ; ຈໍາກັດການນໍາໃຊ້ຜະລິດຕະພັນຢາງພລາດສະຕິກໃຊ້ໄດ້ເທື່ອດຽວ; ເພີ່ມທະວີການໝູນໃຊ້ເຕັກໂນໂລຢີທີ່ກ້າວໜ້າ, ທັນສະໄໝ ເພື່ອແນໃສ່ເກັບມ້ຽນ, ນໍາໃຊ້ ແລະ ຜະລິດເຄື່ອງຫຸ້ມຫໍ່ຄືນໃໝ່ຢູ່ຫວຽດນາມ, ຮັບປະກັນຄຸນນະພາບ ແລະ ຄວາມປອດໄພ.

(ແຫຼ່ງຄັດຈາກ VOV)
 

top