ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ຈະນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໄປເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ເຊິ່ງຖືກດໍາເນີນໃນລະຫວ່າງວັນທີ 22 – 23 ມິຖຸນາ ຢູ່ ບາງກອກ, ປະເທດໄທ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ (ພາບປະກອບ: TTXVN)

ກະຊວງການຕ່າງປະເທດຫວຽດນາມ ໄດ້ອອກແຈ້ງການໃນວັນທີ 18 ມິຖຸນາ ໂດຍໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ຈະນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໄປເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ເຊິ່ງຖືກດໍາເນີນໃນລະຫວ່າງວັນທີ 22 – 23 ມິຖຸນາ ຢູ່ ບາງກອກ, ປະເທດໄທ.

        ການຢ້ຽມຢາມຂອງຄະນະຜູ້ແທນຫວຽດນາມ ໄດ້ຮັບການປະຕິບັດຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ ປາຢຸດ ຈັນໂອຊາ.

(ແຫຼ່ງຄັດຈາກ VOV)


top