ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນ​ຊວນ​ຟ​ຸກ ພົບປະກັບບັນດາວິສາຫະກິດຂະໜາດໃຫຍ່ຂອງອົດສະຕາລີ

ມີຫຼາຍກຸ່ມບໍລິສັດໄດ້ສະແດງໜ້າປະເອີບໃຈຕໍ່ຕະຫຼາດຂອງຫວຽດນາມ ຍ້ອນຄວາມສະຖຽນນະພາບ, ພົນລະເມືອງມີຈຳນວນຫຼາຍ, ຍອດເງິນລົງທຶນໂດຍກົງຈາກຕ່າງປະເທດສູງ ແລະ ຈຳນວນຄົນຊັ້ນກາງນັບມື້ນັບເພີ່ມຂຶ້ນ.  ຫວຽດນາມກໍພວມມຸ່ງເຖິງປະເທດທາງຜ່ານ ແລະ ກາຍເປັນສູນກາງຜະລິດຂອງພາກພື້ນ ອາຊຽນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບບັນດາວິສາຫະກິດຂະໜາດໃຫຍ່ຂອງອົດສະຕາລີ
 

  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບບັນດາວິສາຫະກິດຂະໜາດໃຫຍ່ຂອງອົດສະຕາລີ ໃນຕອນບ່າຍວັນທີ 17 ມີນາ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງ Sydney. ທີ່ການພົບປະ, ຜູ້ຕາງໜ້າບັນດາກຸ່ມບໍລິສັດອົດສະຕາລີລ້ວນແຕ່ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງຫວຽດນາມໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ສົ່ງເສີມການລົງທຶນ, ຊຸກຍູ້ເຊື່ອມຕໍ່ກັບວິສາຫະກິດຂອງສອງປະເທດ. ມີຫຼາຍກຸ່ມບໍລິສັດໄດ້ສະແດງໜ້າປະເອີບໃຈຕໍ່ຕະຫຼາດຂອງຫວຽດນາມ ຍ້ອນຄວາມສະຖຽນນະພາບ, ພົນລະເມືອງມີຈຳນວນຫຼາຍ, ຍອດເງິນລົງທຶນໂດຍກົງຈາກຕ່າງປະເທດສູງ ແລະ ຈຳນວນຄົນຊັ້ນກາງນັບມື້ນັບເພີ່ມຂຶ້ນ.  ຫວຽດນາມກໍພວມມຸ່ງເຖິງປະເທດທາງຜ່ານ ແລະ ກາຍເປັນສູນກາງຜະລິດຂອງພາກພື້ນ ອາຊຽນ.

        ຊົມເຊີຍບັນດານັກລົງທຶນທີ່ຢາກທຳມາຫາກິນ ຫຼືເປີດກວ້າງການເຄື່ອນໄຫວດຳເນີນທຸລະກິດຢູ່ຫວຽດນາມ,  ທ່ານນາຍົກລັດຖະມົນຕີ ໄດ້ຢັ້ງຢືນວ່າ ລັດຖະບານຫວຽດນາມໃຫ້ຄຳໝັ້ນສັນຍາຈະຮັກສາສະພາບແວດລ້ອມມະຫາພາກເປັນປົກກະຕິ, ສືບຕໍ່ປັບປຸງຄຸນນະພາບກົນໄກນະໂຍບາຍ, ຊຸກຍູ້ອຳນາດນິຕິບັນຍັດ, ຍຸກສູງການຄຸ້ມຄອງແຫ່ງລັດ ເພື່ອແນໃສ່ຮັກສາພື້ນຖານເສດຖະກິດເຕີບໂຕຢ່າງວ່ອງໄວ ແລະ ຍືນຍົງ.

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 17 ມີນາ, ທີ່ນະຄອນຫຼວງ Sydney, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບບັນດາຜູ້ແທນດີເດັ່ນຂອງ ສະມາຄົມ ນັກທຸລະກິດ ຫວຽດນາາ ຢູ່ ອົດສະຕາລີ ແລະ ສະໂມສອນບັນດານັກວິທະຍາສາດ ຫວຽດນາມ ທີ່ ລັດ Queensland

(ແຫຼ່ງຄັດຈາກ VOV)



top