ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເຈລະຈາກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ

      ວັນທີ 05 ກໍລະກົດ, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ພ້ອມກັບຄະນະຜູ້ແທນຂັ້ນສູງລັດຖະບານລາວ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 05 - 06 ກໍລະກົດ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ 
(ພາບ: VGP)
      ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ວັນທີ 05 ກໍລະກົດ, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ພ້ອມກັບຄະນະຜູ້ແທນຂັ້ນສູງລັດຖະບານລາວ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 05 - 06 ກໍລະກົດ.
        ຕອນບ່າຍວັນທີ 05 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຊື່ອໝັ້ນວ່າ, ລາວ ຈະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ-19 ໂດຍໄວ, ສືບຕໍ່ປະຕິບັດສຳເລັດບັນດາເປົ້າໝາຍທີ່ໄດ້ວາງອອກ.
        ສ່ວນທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງເຊິ່ງປະຊາຊົນຫວຽດນາມ ຍາດມາໄດ້ໃນພາລະກິດສ້າງສາ, ພັດທະນາປະເທດຊາດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ພິເສດແມ່ນການປະຕິບັດໜ້າທີ່ຄວບຄູ່ ນັ້ນແມ່ນ “ທັງຕໍ່ສູ້ກັບພະຍາດ ທັງພັດທະນາເສດຖະກິດສັງຄົມ”, ເຊິ່ງໄດ້ຮັບການຍ້ອງຍໍຊົມເຊີຍຈາກປະຊາຄົມສາກົນ. ລາວ ສືບຕໍ່ສະໜັບສະໜູນ ຫວຽດນາມ ສືບຕໍ່ປະຕິບັດສຳເລັດໜ້າທີ່ເປັນປະທານອາຊຽນ 2020.
        2 ຝ່າຍໄດ້ແລກປ່ຽນກ່ຽວກັບບບາງບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສພາກພື້ນຄື: ອາຊຽນ, ບັນດາກົນໄກອະນຸກຳມະການ ແລະ ສະຫະປະຊາຊາດ. 2 ຝ່າຍກໍ່ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ເຄົາລົບກົດໝາຍ.
      ໃນຂອບເຂດການຢ້ຽມຢາມຫວຽດນາມ, ວັນທີ 6 ກໍລະກົດ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ໄດ້ລົງໄປຊອກຮູ້ຕົວຈິງ ຮູບແບບດຶງດູດການລົງທຶນ, ກໍ່ສ້າງເຂດອຸດສາຫະກຳຂອງຫວຽດນາມ; ທາບທາມບົດຮຽນຈາກຫວຽດນາມໃນການຟື້ນຟູການຜະລິດ-ດຳເນີນທຸລະກິດ, ການບໍລິການ, ທ່ອງທ່ຽວ ຂະນະທີ່ໄດ້ສາມາດຄວບຄຸມໂລກລະບາດ ໂຄວິດ - 19 ເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຍັງໄປຢ້ຽມຢາມເຂດອຸດສາຫະກຳ ດ້ຽນນາມ-ດ້ຽນຫງອກທີ່ແຂວງກວາງນາມ, ທາບທາມບົດຮຽນຮູບແບບພັດທະນາເສດຖະກິດ-ສັງຄົມຢູ່ໂຫ້ຍອານອີກດ້ວຍ
 (ແຫຼ່ງຄັດຈາກ VOV)


top