ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເຂົ້າຮ່ວມກອງປະຊຸມຕຳຫຼວດທົ່ວປະເທດ

      ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ, ໄດ້ຮຽກຮ້ອງໃຫ້ກອງປະຊຸມຕຳຫຼວດທົ່ວປະເທດຄັ້ງທີ 76 ຕ້ອງສຳຫຼວດຕີລາຄາຖືກຕ້ອງສະພາບການ, ໝາກຜົນທີ່ບັນລຸໄດ້ ແລະ ຍັງບໍ່ທັນບັນລຸໄດ້

ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ
(ພາບ: TTXVN)
      ຕອນເຊົ້າວັນທີ 07 ທັນວາ, ຢູ່ນະຄອນໂຮ່ຈີມິນ, ຄະນະພັກຕຳຫຼວດສູນກາງ, ກະຊວງຕຳຫຼວດຫວຽດນາມ ໄດ້ໄຂກອງປະຊຸມຕຳຫຼວດທົ່ວປະເທດຄັ້ງທີ 76, ສະຫຼຸບຕີລາຄາສະພາບການ, ໝາກຜົນບັນດາວຽກງານປີ 2020 ແລະ ສະຫຼຸບຂະບວນການແຂ່ງຂັນ “ເພື່ອຄວາມສະຫງົບຂອງປະເທດຊາດ” ປີ 2020; ຜັນຂະຫຍາຍໜ້າທີ່ວຽກງານປີ 2021 ແລະ ໃນຊຸມປີຕໍ່ໄປ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ.
        ກ່າວຄຳເຫັນໄຂກອງປະຊຸມ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ, ໄດ້ຮຽກຮ້ອງໃຫ້ກອງປະຊຸມຕຳຫຼວດທົ່ວປະເທດຄັ້ງທີ 76 ຕ້ອງສຳຫຼວດຕີລາຄາຖືກຕ້ອງສະພາບການ, ໝາກຜົນທີ່ບັນລຸໄດ້ ແລະ ຍັງບໍ່ທັນບັນລຸໄດ້, ເຮັດແຈ້ງບັນດາສາຍເຫດທີ່ຍັງຄົງຂ້າງ, ຂໍ້ຈຳກັດ ແລະ ຖອດຖອນບັນດາບົດຮຽນໃນການປະຕິບັດວຽກງານຕຳຫຼວດປີ 2020. ພ້ອມທັງປຶກສາຫາລືການປະຕິບັດປີ 2021, ດ້ວຍຈຸດສຸມແມ່ນປຶກສາຫາລືບັນດາມາດຕະການແກ້ໄຂ: “ປົກປ້ອງຄວາມສະຫງົບປອດໄພຢ່າງສິ້ນເຊິ່ງໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15, ການເລືອກຕັ້ງຜູ້ແທນສະພາປະຊາຊົນທຸກຂັ້ນອາຍຸການ 2021 - 2026”.
        ໂດຍຕາງໜ້າໃຫ້ພັກ, ລັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ປະດັບຫຼຽນໄຊວິລະກຳໃຫ້ແກ່ການນຳຂັ້ນສູງກະຊວງຕຳຫຼວດຫວຽດນາມ ຍ້ອນໄດ້ສ້າງຜົນງານພິເສດໃນການຕໍ່ສູ້ ແລະ ຮັບໃຊ້ການຕໍ່ສູ້, ປະກອບສ່ວນເຂົ້າໃນພາລະກິດສ້າງລັດທິສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດ.
(ແຫຼ່ງຄັດຈາກ VOV)


top