ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ຕັດແຖບຜ້າເປີດສະຫຼອງກິດຈະການ “ສະຫະກອນກັບລຸງໂຮ່”

      ສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890 – 19/5/2020), ຕອນເຊົ້າວັນທີ 16 ພຶດສະພາ, ຢູ່ເຂດປູສະນີຍະສະຖານປະຫວັດສາດແຫ່ງຊາດພິເສດ ກີມລຽນ, ສະຫະພັນສະຫະກອນຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນຕາແສງກີມລຽນ, ເມືອງນາມດ່ານ, ແຂວງເງະອານ ໄດ້ຈັດພິທີເປີດສະຫຼອງກິດຈະການ ສະຫະກອນກັບລຸງໂຮ່”.

(ພາບ:TTXVN)
      ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ໄດ້ຕັດແຖບຜ້າເປີດສະຫຼອງ ແລະ ຕິດປ້າຍໃຫ້ແກ່ກິດຈະການດັ່ງກ່າວ.
   ກິດຈະການ “ສະຫະກອນກັບລຸງໂຮ່” ໄດ້ເລີ່ມລົງມືກໍ່ສ້າງເມື່ອວັນທີ 30 ສິງຫາປີ 2019 ດ້ວຍຍອດຈຳນວນເງິນລົງທຶນ 8 ຕື້ດົ່ງ ເພື່ອແນໃສ່ອາໄລຫາຄວາມຮູ້ບຸນຄຸນຂອງບັນດາພະນັກງານ, ພະລາກອນ ແລະ ຜູ້ອອກແຮງງານໃນລະບົບສະຫະພັນສະຫະກອນຫວຽດນາມ ຕໍ່ຄຸນງາມຄວາມດີອັນໃຫ່ຍຫຼວງຂອງປະທານໂຮ່ຈີມິນ ການນຳຜູ້ປີຊາສາມາດຂອງພັກ ແລະ ຊາດຫວຽດນາມ
 (ແຫຼ່ງຄັດຈາກ VOV)


top