ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳແຂວງ ຝູອຽນ ກ່ຽວກັບການພັດທະນາເສດຖະກິດສັງຄົມ

      ທ່ານນາຍົກລັດຖະມົນຕີ ສະເຫນີ ແຂວງ ຝູອຽນ ເອົາໃສໃສ່ການຊຸກຍູ້ການພັດທະນາເສດຖະກິດພາກເອກະຊົນກວ່າອີກ ເປັນຕົ້ນໃນຂະແຫນງທ່ອງທ່ຽວ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳແຂວງ ຝູອຽນ
ພາບ:vietnam+
      ຕອນເຊົ້າວັນທີ 20 ກຸມພາ ຢູ່ ນະຄອນ ຕູຍຮ່ວາ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະຄະນະປະຕິບັດງານ ໄດ້ມີການເຮັດວຽກກັບການນຳແຂວງ ຝູອຽນ ກ່ຽວກັບການພັດທະນາເສດຖະກິດ ສັງຄົມ  ແລະ ດຶງດູດການລົງທຶນເຂົ້າບັນດາໂຄງການຈຸດສຸມ ສ້າງບາດກ້າວບຸກທະລຸໃຫ້ແກ່ທ້ອງຖິ່ນ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ສະເຫນີ ແຂວງ ຝູອຽນ ເອົາໃສໃສ່ການຊຸກຍູ້ການພັດທະນາເສດຖະກິດພາກເອກະຊົນກວ່າອີກ ເປັນຕົ້ນໃນຂະແຫນງທ່ອງທ່ຽວ. ທ່ານນາຍົກຖະມົນຕີ ຖືວ່າ: ທ່ອງທ່ຽວ ຝູອຽນ  ມີຄວາມສາມາດບົ່ມຊ້ອນຫລາຍຢ່າງ ຄວນເອົາໃຈໃສ່ລົງທຶນໃຫ້ຫລາຍກວ່າ. ໃນການດຶງດູດການລົງທຶນ, ແຂວງ ຄວນເອົາໃຈໃສ່ເຖິງວິໄສທັດວາງແຜນກຳນົດການພັດທະນາ, ປົກປັກຮັກສາສິ່ງແວດລ້ອມ, ຂຽວສະອາດ ແລະ ຍືນຍົງ; ປະຕິບັດຍຸດທະສາດພັດທະນາດີຈີຕອນແຫ່ງຊາດ ແລະ ບັນດາມາດຕະການໃຫ້ເໝາະສົມ, ຍາດແຍ່ງບັນດາແຫລ່ງກຳລັງເພື່ອພັດທະນາ.  
(ແຫຼ່ງຄັດຈາກ VOV)


top