ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມບັນດາຄອບຄົວໃນເປົ້າໝາຍນະໂຍບາຍຢູ່ຮ່າໂນ້ຍ

      ຕອນເຊົ້າວັນທີ 26 ກໍລະກົດ ຢູ່ ຮ່າໂນ້ຍ, ເນື່ອງໃນໂອກາດລະນຶກ 71 ປີແຫ່ງວັນທະຫານເສຍອົງຄະ ນັກຮົບເສຍສະຫລະຊີວິດເພື່ອຊາດ (27 ກໍລະກົດປີ 1947-27 ກໍລະກົດປີ 2018), 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມບັນດາຄອບຄົວ
ນັກຮົບເສຍສະຫລະຊີວິດເພື່ອຊາດຢູ່ຮ່າໂນ້ຍ
      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຖະຫວາຍທູບທຽນອາໄລຫາບັນດານັກຮົບຜູ້ເສຍສະຫລະຊີວິດເພື່ອຊາດ ແລະ ຢື້ຢາມຖາມຂ່າວຍາດຕິພີ່ນ້ອງຂອງເຂົາເຈົ້າ ຢູ່ ຮ່າໂນ້ຍ. ນະທີ່ນີ້ ທ່ານນາຍົກລັດຖະມົນຕີ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດາວິລະຊົນນັກຮົບເສຍສະຫລະຊີວິດເພື່ອເອກະລາດ, ເສລີພາບຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ຢືນຢັນ: ພັກ, ລັດ, ປະຊາຊົນ ຍາມໃດກໍ່ຈົດຈຳຄຸນງາມຄວາມດີບັນດານັກຮົບວິລະຊົນ ແລະ ຍາມໃດກໍ່ເອົາໃຈໃສ່ເບິ່ງແຍງດູແລບັນດາຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.
ຕອນບ່າຍວັນທີ 26 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ໄປຢື້ຢາມຖາມຂ່າວບາງຄອບຄົວໃນເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີ ແລະແມ່ຫວຽດນາມ ວິລະຊົນຢູ່ບໍລິເວນເທດສະບານ ເຊີນໄຕ.
 (ແຫຼ່ງຄັດຈາກ VOV)
 


top