ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກມອບຂອງຂວັນບຸນເຕັດໃຫ້ຜູ້ທຸກຍາກແລະກຳມະກອນຢູ່ແຂວງດັກລັກ

      ຕອນບ່າຍວັນທີ 8 ກຸມພາ, ຢູ່ ແຂວງ ດັກລັກ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ລົງອວຍພອນບຸນເຕັດ ແລະ ມອບຂອງຂວັນໃຫ້ຜູ້ທຸກຍາກ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ກຳມະກອນປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ດັກລັກ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢື້ຢາມຖາມຂ່າວກຳມະກອນ
      ກ່າວຄຳເຫັນນະທີ່ນີ້ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງອົງການກຳມະບານໃນບໍລິເວນແຂວງ ໄດ້ກຳແຫນ້ນສະພາບການຊີວິດການເປັນຢູ່ຂອງກຳມະກອນຢູ່ທ້ອງຖິ່ນເປັນຢ່າງດີ ແລະ ມີມາດຕະການຫນູນຊ່ວຍບຸນເຕັດໃຫ້ກຳມະກອນ. ທ່ານນາຍົກລັດຖະມົນຕີ ສະເຫນີ: ການນຳແຂວງ ດັກລັກ ຕິດມີຄວາມໃກ້ຊິດຕິດແທດ, ເອົາໃຈໃສ່ເຖິງກຳມະກອນກວ່າອີກ, ເປັນຕົ້ນຜູ້ປະສົບກັບຄວາມຫຍຸ້ງຍາກ, ມີເງິນເດືອນຕ່ຳ, ຜູ້ເຈັບເປັນ.
 (ແຫຼ່ງຄັດຈາກ VOV)

top