ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບທ່ານຮອງປະທານທະນາຄານພັດທະນາອາຊີ

      ຕອນບ່າຍວັນທີ 19 ກັນຍາ ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Stephen Groff, ປະທານທະນາຄານພັດທະນາ ອາຊີ (ADB) ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບທ່ານຮອງປະທານທະນາຄານພັດທະນາອາຊີ Stephen Groff
      ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນຫນັກວ່າ: ຍາມໃດຫວຽດນາມ ກໍ່ຖື ADB ແມ່ນຫນຶ່ງໃນບັນດານັກອຸປະຖຳແຖວຫນ້າ ແລະ ມີການປະກອບສ່ວນສຳຄັນເຂົ້າໃນການຫນູນຊ່ວຍພັດທະນາເສດຖະກິດ ສັງຄົມ ຂອງຫວຽດນາມ. ທ່ານນາຍົກລັດຖະມົນຕີ ຢືນຢັນ: ແຫລ່ງທຶນກູ້ຢືມ, ຫນູນຊ່ວຍດ້ານເຕັກນິກ ແລະ ໃຫ້ຄຳປຶກສານະໂຍບາຍຂອງ ADB ແມ່ນການຫນູນຊ່ວຍອັນໃຫຍ່ຫລວງ ແລະ ລ້ຳຄ່າຊ່ວຍໃຫ້ຫວຽດນາມ ບັນລຸໄດ້ບັນດາຜົນງານກ່ຽວກັບການພັດທະນາເສດຖະກິດ ສັງຄົມ ປະຈຸບັນ. ທ່ານນາຍົກລັດຖະມົນຕີ ປາດຖະຫນາວ່າ ໃນຖານະຕຳແຫລ່ງຂອງຕົນ, ທ່ານ Stephen Groff ຈະຊີ້ນຳ, ເລັ່ງລັດບັນດາພາກສ່ວນວິຊາສະເພາະ ສົມທົບກັບບັນດາອົງການເຈົ້າຂອງໂຄງການຂອງຝ່າຍຫວຽດນາມ ຍູ້ແຮງວຽກງານກະກຽມເພື່ອສຳເລັດການເຈລະຈາ, ເປັນຕົ້ນແມ່ນບັນດາໂຄງການທຶນກູ້ຢືມ ADF. 
 (ແຫຼ່ງຄັດຈາກ VOV)
 

top