ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ເລີ່ມຕົ້ນການຢ້ຽມຢາມ ແດກມາກ ຢ່າງເປັນທາງການ

      ນີ້ແມ່ນການຢ້ຽມຢາມ ແດນມາກ ຢ່າງເປັນທາງການຄັ້ງທໍາອິດ ຂອງທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ແລະ ກົງກັບເຫດການປີສະເຫຼີມສະຫຼອງ 5 ປີ ແຫ່ງວັນ ສ້າງຕັ້ງການພົວພັນຄູູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ແດນມາກ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ເດີນທາງໄປຮອດນະຄອນຫຼວງ Copenhagen, ເລີ່ມຕົ້ນການຢ້ຽມຢາມແດນມາກ ຢ່າງເປັນທາງການ (ພາບ:vov.vn)
      ໂດຍໄດ້ຮັບຄໍາເຊື້ອເຊີນຂອງທ່ານ Lokke Rasmussen ນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກ ແດນມາກ, ຕອນບ່່າຍວັນທີ 19 ຕຸລາ ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງໄປຮອດນະຄອນຫຼວງ Copenhagen, ເລີ່ມຕົ້ນການຢ້ຽມຢາມແດນມາກ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ຄູ່ຮ່ວມມືເພື່ອການເຕີບໂຕຂຽວ ແລະ ບັນດາເປົ້າໝາຍທົ່ວໂລກ ຮອດປີ 2030 (P4G).
        ນີ້ແມ່ນການຢ້ຽມຢາມ ແດນມາກ ຢ່າງເປັນທາງການຄັ້ງທໍາອິດ ຂອງທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ແລະ ກົງກັບເຫດການປີສະເຫຼີມສະຫຼອງ 5 ປີ ແຫ່ງວັນ ສ້າງຕັ້ງການພົວພັນຄູູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ແດນມາກ. ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນທີ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນ ສປຊ, ASEM,  ASEAN – EU.    
        ເມື່ອໄປຮອດນະຄອນຫຼວງ Copenhagen, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ໄດ້ມີການພົບປະ, ຢື້ຢາມຖາມຂ່າວ, ລະດົມກໍາລັງໃຈແກ່ພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ແດນມາກ.
        ທີ່ການພົບປະ,  ເອກອັກຄະລັດຖະທູດ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ໄດ້ຕັກເຕືອນ ພໍ່ແມ່ພີ່ນ້ອງ ຈົ່ງຮັກສາການພົວພັນດັ່ງກ່າວ ແລະ ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນການຮໍ່າຮຽນ, ການອອກແຮງງານ , ຍາມໃດກໍສາມັກຄີ, ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ. ພ້ອມກັນນັ້ນ ກໍ່ເບິ່ງແຍງດູແລ, ສຶກສາອົບຮົມລູກຫຼານໃຫ້ຮັກສາມູນເຊື້ອຂອງຄອບຄົວ, ວັດທະນາະທໍາຂອງຊາວຫວຽດນາມໄວ້; ມານະພະຍາຍາມຮໍ່າຮຽນໃຫ້ເປັນຢ່າງດີ ເພື່ອຮັບເອົາຄວາມຮູ້, ວິທະຍາສາດເຕັກໂນໂລຢີໃໝ່, ບືນຕົວຂຶ້ນພັດທະນາຕົນເອງ ແລະ ນໍາຄວາມຮູ້ນັ້ນໄປປະກອບສ່ວນເຂົ້າໃນການສ້າງສາບ້ານເກີດເມືອງນອນ ແລະ ປະເທດຊາດ.
 (ແຫຼ່ງຄັດຈາກ VOV)


top