ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ກ່ຽວກັບການສະຫຼຸບສະພາບການບຸນປີໃໝ່ປະຈໍາຊາດ 2019

ບັນດາຂະແໜງການຂັ້ນຕ່າງໆ ໄດ້ເຮັດວຽກຫຼາຍຢ່າງ, ເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັບປະກັນໃຫ້ປະຊາຊົນໄດ້ຕ້ອນຮັບປີໃໝ່ຢ່າງສະຫງົບປອດໄພ, ປະຢັດ, ມ່ວນຊື່ນ, ອົບອຸ່ນ, ຄົບຖ້ວນ. ບັນຍາກາດເອີບອີ່ມ, ມີຄວາມສຸກ, ເຕັມໄປດ້ວຍຄວາມເຊື່ອໝັ້ນໃນໃຈປະຊາຊົນ.

ໃນຕອນບ່າຍວັນທີ 11 ກຸມພາ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ, ຄະນະປະຈຳລັດຖະບານ ໄດ້ໂຮມປະຊຸມກ່ຽວກັບສະພາບການບຸນປີໃໝ່ປະຈຳຊາດ ປີກຸນ 2019 ແລະ ຜັນຂະຫຍາຍບັນດາໜ້າທີ່ຈຸດສຸມ ຫຼັງປີໃໝ່.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ:TTXVN)

ພາຍຫຼັງຮັບຟັງການລາຍງານສັງລວມຂອງຫ້ອງວ່າການລັດຖະບານ ແລະ ຄຳເຫັນຂອງບັນດາກະຊວງ, ຂະແໜງການໃນບັນດາຂົງເຂດຄື: ອຸດສາຫະກຳການຄ້າ, ສາທາລະນະສຸກ, ຄົມມະນາຄົມ, ກະສິກຳ, ທະນາຄານ, ວັດທະນະທຳ, ການທ່ອງທ່ຽວ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ… ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກຖືວ່າ: ບັນດາຂະແໜງການຂັ້ນຕ່າງໆ ໄດ້ເຮັດວຽກຫຼາຍຢ່າງ, ເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັບປະກັນໃຫ້ປະຊາຊົນໄດ້ຕ້ອນຮັບປີໃໝ່ຢ່າງສະຫງົບປອດໄພ, ປະຢັດ, ມ່ວນຊື່ນ, ອົບອຸ່ນ, ຄົບຖ້ວນ. ບັນຍາກາດເອີບອີ່ມ, ມີຄວາມສຸກ, ເຕັມໄປດ້ວຍຄວາມເຊື່ອໝັ້ນໃນໃຈປະຊາຊົນ.

ທ່ານນາຍົກລັດຖະມົນຕີໄດ້ຮັບຮູ້ເອົາ, ເຊິດຊູບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນທີ່ໄດ້ຈັດຕັ້ງປະຕິບັດໜ້າທີ່ເປັນຢ່າງດີ.

ສ່ວນໜ້າທີ່, ມາດຕະການຕ້ອງຜັນຂະຫຍາຍຫຼັງປີໃໝ່, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ ປີ 2019 ໄດ້ກຳນົດເປັນປີບຸກທະລຸໃນການປະຕິບັດເປົ້າໝາຍແຜນການໄລຍະ 5 ປີ 2016-2020 ແລະ ສະເຫຼີມສະຫຼອງ 50 ປີແຫ່ງການປະຕິບັດພິໄນກຳຂອງປະທານ ໂຮ່ຈີມິນ. ໃນສະພາບການທີ່ສາກົນມີການຜັນແປຢ່າງສັບສົນນັ້ນ, ໜ້າທີ່ວາງອອກໃຫ້ລັດຖະບານ ແລະ ລະບົບການບໍລິຫານລັດແມ່ນໜັກໜ່ວງທີ່ສຸດ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຄວນປ່ຽນແປງໃໝ່ວິທີການເຮັດວຽກ, ຍົກສູງຄວາມຮັບຜິດຊອບ, ໂດຍສະເພາະແມ່ນບັນດາຂະແໜງການທີ່ກ່ຽວຂ້ອງໂດຍກົງກັບປະຊາຊົນຄື: ສາທາລະນະສຸກ, ການສຶກສາ, ພະລັງງານ, ຄົມມະນາຄົມຂົນສົ່ງ, ຕຳຫຼວດ… ເພື່ອປະກອບສ່ວນຍົກສູງອິດທິພົນຊື່ສຽງຂອງລັດຖະບານ, ຫຼີກລ້ຽງພະຍາດອາດຍາສິດ, ຫ່າງເຫີນປະຊາຊົນ ສິ່ງກໍ່ໃຫ້ເກີດການຂັດຂວາງສໍາລັບການພັດທະນາຂອງປະເທດຊາດ, ພ້ອມນັ້ນ ກໍ່ເຮັດໃຫ້ເສຍຄວາມໄວ້ວາງໃຈຈາກປະຊາຊົນ./

(ແຫຼ່ງຄັດຈາກ VOV)


top