ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ເຂົ້າຮ່ວມວັນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ແຂວງບັກຢາງ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່່ ຕາແສງນິງເຊີນ, ເມືອງຫວຽດອຽນ, ແຂວງບັກຢາງຂອງຫວຽດນາມ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີ (ພາບ: VOV.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 88 ປີ ແຫ່ງວັນສ້າງຕັ້ງແນວໂຮມປະເທດຊາດຫວຽດນາມ (18/11/1930 – 18/11/2018), ຕອນເຊົ້າວັນທີ 10 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່່ ຕາແສງນິງເຊີນ, ເມືອງຫວຽດອຽນ, ແຂວງບັກຢາງຂອງຫວຽດນາມ. ເຂົ້າຮ່ວມວັນບຸນ ຍັງມີທ່ານ ເຈິ່ນແທັງເໝິນ - ເລຂາສູນກາງພັກ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ; ທ່ານ ດ່າວງັອກຢຸງ ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ; ການນໍາແຂວງບັກຢາງ ແລະ ປະຊາຊົນທ້ອງຖິ່ນຈໍານວນຫຼວງຫຼາຍ.

ນະທີ່ນີ້, ທ່ານຫງວຽນຊວນຟຸກ ປາດຖະໜາວ່າ ອໍານາດການປົກຄອງຂັ້ນຕ່າງໆ, ອົງການຈັດຕັ້ງມະຫາຊົນບ້ານໂນ້ຍນິງ ກໍຄືໜ່ວຍພັກບ້ານ ພ້ອມກັນເອົາໃຈໃສ່, ແກ້ໄຂ, ໄປຄຽງຄູ່ກັນນັ້ນ ແມ່ນສືບຕໍ່ເສີມຂະຫຍາຍນໍ້າໃຈສາມັກຄີ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ ບືນຕົວຂຶ້ນໃນການດໍາລົງຊີວິດ, ຊຸກຍູ້ການຜະລິດດໍາເນີນທຸລະກິດ, ປົວແປງຊີວິດການເປັນຢູ່; ເອົາໃຈໃສ່ເຖິງບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ.

(ແຫຼ່ງຄັດຈາກ VOV)



top