ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ສິ້ນສຸດລາຍການເຂົ້າຮ່ວມ CIIE 2018 ຢ່າງຈົບງາມ

ຕອນຄໍ່າວັນທີ 5 ພະຈິກ, ຕາມເວລາຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍຄະນະຜູ້ແທນຫວຽດນາມ ໄດ້ກັບມາຮອດຮ່າໂນ້ຍ, ສິ້ນສຸດບັນດາການເຄື່ອນໄຫວໃນຂອບເຂດລາຍການເຂົ້າຮ່ວມ ງານຕະຫຼາດນັດນໍາເຂົ້າສາກົນ ຈີນ ຄັ້ງທໍາອິດຢ່າງຈົບງາມ.
ການເຂົ້າຮ່ວມງານຕະຫຼາດນັດນໍາເຂົ້າສາກົນ ຈີນ ຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຫວຽດນາມ ດ້ວຍສານທີ່ວ່າ ສະແດງຄວາມສົນໃຈຂອງ ຫວຽດນາມ ຕໍ່ກັບເຫດການດັ່ງກ່າວ, ພ້ອມທັງສະແດງໃຫ້ເຫັນຢ່າງຈະແຈ້ງທັດສະນະຂອງຫວຽດນາມ ແມ່ນຍາມໃດກໍຖືການພັດທະນາການພົວພັນໝັ້ນຄົງ ແລະ ປອດໃສກັບ ຈີນ ເປັນສໍາຄັນ, ມີຄວາມປາດຖະໜາຢາກພ້ອມກັບ ຈີນ ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າພັດທະນາແບບຍືນຍົງ; ສົ່ງເສີມບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນສອງປະເທດ ເພີ່່ມທະວີການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ; ສະໜັບສະໜູນເຊິ່ງກັນແລະກັນໃນການຈັດຕັ້ງບັນດາເຫດການໃຫຍ່ຢູ່ແຕ່ລະປະເທດ.
 
(ແຫຼ່ງຄັດຈາກ VOV)

top