ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ລົງອວຍພອນບຸນເຕັດຢູ່ທະຫານເຂດ 9, ຄອບຄົວໃນເປົ້າໝາຍນະໂຍບາຍຢູ່ນະຄອນເກີນເທີ

ຕອນບ່າຍວັນທີ 13 ມັງກອນຢູ່ ນະຄອນເກີນເທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງອວຍພອນບຸນເຕັດພະນັກງານ, ນັກຮົບ ກອງບັນຊາການທະຫານເຂດ 9. 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ລົງອວຍພອນບຸນເຕັດຢູ່ທະຫານເຂດ 9

ນະທີ່ນີ້ ທ່ານນາຍົກລັດຖະມົນຕີ ຍ້ອງຍໍບັນດາຜົນສຳເລັດຊື່ງກອງບັນຊາການທະຫານເຂດ 9 ບັນລຸໄດ້ ໃນໄລຍະຜ່ານມາ, ປະຕິບັດຫນ້າທີ່ກຽມພ້ອມສູ້ຮົບໃຫ້ສອດຄ່ອງກັບສະພາບການຢູ່ບໍລິເວນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຜ່ານຜ່າຄວາມຫຍຸ້ງຍາກເພື່ອສຳເລັດຫນ້າທີ່ທີ່ໄດ້ຮັບການມອບໝາຍເປັນຢ່າງດີ.

ຕອນບ່າຍວັນດຽວກັນ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງຢື້ຢາມຖາມຂ່າວ ລະດົມກຳລັງໃຈ ມອບຂອງຂວັນບຸນເຕັດໃຫ້ 150 ຄອບຄົວນະໂຍບາຍ, ຄອບຄົວທຸກຍາກ ແລະ ກຳມະກອນ ແຮງງານ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່        ເມືອງ ບີງຖູຍ ນະຄອນ ເກີນເທີ.

(ແຫຼ່ງຄັດຈາກ VOV)


top