ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບທີ່ປຶກສາພິເສດຂອງນາຍົກລັດຖະມົນຕີ ຍີ່ປຸ່ນ Isao Iijima

ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ພວມພັດທະນາຢ່າງດີງານໃນທຸກຂົງເຂດ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Isao Iijima, ທີ່ປຶກສາພິເສດຂອງນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe (ພາບ: TTXVN)

ຕອນບ່າຍວັນທີ 29 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Isao Iijima, ທີ່ປຶກສາພິເສດຂອງນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe.  ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ປັດຈຸບັນ, ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ພວມພັດທະນາຢ່າງດີງານໃນທຸກຂົງເຂດ ແລະ ໃຫ້ຮູ້ວ່າ ຢູ່ຫວຽດນາມ ພວມດຳເນີນງານບຸນດອກສະກູຣະ ຍີ່ປຸ່ນ, ເຊິ່ງແມ່ນເຫດການວັດທະນະທຳທີ່ໃຫຍ່ຂອງສອງປະເທດ, ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນ, ພົບປະແລກປ່ຽນວັດທະນະທຳ ແລະ ປະຊາຊົນລະຫວ່າງສອງປະເທດ.

        ທ່ານ Isao Iijima ໃຫ້ຮູ້ວ່າ ປີນີ້ ແມ່ນປີທີ 2 ເຊິ່ງສອງປະເທດຈັດຕັ້ງງານບຸນດອກສະກູຣະ ຢູ່ຫວຽດນາມ. ຝ່າຍຍີ່ປຸ່ນມີຄວາມປະຕິຊົມຊື່ນຫຼາຍ ເມື່ອຫວຽດນາມໄດ້ໃຫ້ການສົມທົບຢ່າງແໜ້ນແຟ້ນເພື່ອຈັດຕັ້ງເຫດການນີ້. ເນື່ອງໃນໂອກາດຈັດງານບຸນສະກູຣະຢູ່ຫວຽດນາມ, ສະຫະສະມາຄົມສະກູຣະ ຍີ່ປຸ່ນ ໄດ້ເລືອກເຟັ້ນທູດສະກູຣະ 2 ຄົນ ຢູ່ຫວຽດນາມ - ເຊິ່ງແມ່ນບຸກຄົນທີ່ໄລຍະຈະມາເຖິງ ຈະສວມບົດບາດສຳຄັນເພື່ອປະກອບສ່ວນເພີ່ມທະວີການພົວພັນແລກປ່ຽນວັດທະນະທຳລະຫວ່າງສອງປະເທດ. ທ່ານ Isao Iijima ກໍປາດຖະໜາວ່າ ດ້ວຍການຮ່ວມມືດ້ານເສດຖະກິດທີ່ແໜ້ນແຟ້ນລະຫວ່າງປະຊາຄົມວິສາຫະກິດສອງປະເທດນັ້ນ ຈະມີວິສາຫະກິດຫວຽດນາມຕັ້ງໜ້າຮ່ວມມືກັບ ຍີ່ປຸ່ນ ນັບມື້ນັບຫຼາຍກວ່າອີກ.

(ແຫຼ່ງຄັດຈາກ VOV)


top