ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຝຸກ:ຕ້ອງຊຸກຍູ້ບົດບາດປ່ຽນແປງໃຫມ່ປະດິດຄິດສ້າງຂອງເສດຖະກິດພາກເອກະຊົນ

      ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງສຸມໃສ່ 3 ບຸກທະລຸໃນການພັດທະນາຢູ່ຫວຽດນາມ, ໃນນັ້ນ ບົດບາດສຳຄັນຂອງເສດຖະກິດພາກເອກະຊົນຢ່າງວ່ອງໄວ ແລະໝັ້ນຄົງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ເປັນປະທານກອງປະຊຸມ
ພາບ:VGP
      ຕອນບ່າຍວັນທີ 18 ກຸມພາ ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ເປັນປະທານກອງປະຊຸມອອນລາຍຂອງຄະນະປະຈຳລັດຖະບານ ກັບບາງທ້ອງຖິ່ນ ກ່ຽວກັບແຜນຮ່າງປ່ຽນແປງໃຫມ່ການຄຸ້ມຄອງລັດໃນຂົງເຂດເສດຖະກິດຢ່າງຮອບດ້ານ. ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ: ການປ່ຽນແປງໃຫມ່ການຄຸ້ມຄອງລັດຕ້ອງຊຸກຍູ້ບົດບາດນຳຫນ້າກ່ຽວກັບການປ່ຽນແປງໃຫມ່ຢ່າງມີຫົວຄິດປະດິດສ້າງຂອງເສດຖະກິດພາກເອກະຊົນ, ສ້າງຄວາມໄວ້ເນື້ອເຊື່ອໃຈຢ່າງແຮງ ແລະ ພັດທະນາບັນດາກຸ່ມບໍລິສັດພາກເອກະຊົນໃຫຍ່ຢູ່ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ສະເຫນີ: ແຜນຮ່າງຄວນສຸມໃສ່ບັນຫາຈຸດສຸມ, ຕິດພັນເສດຖະກິດພາກເອກະຊົນກັບການກຳນົດທິດພັດທະນາເສດຖະກິດຂອງປະເທດຊາດ, ຕ້ອງວາງອອກເປົ້າໝາຍໃຫ້ສອດຄ່ອງກັບສະພາບການສາກົນແລະຢູ່ພາຍໃນປະເທດໃນສະພາບການໃຫມ່, ສອດຄ່ອງກັບທັດສະນະພັດທະນາເສດຖະກິດຕາມການກຳນົດທິດພັດທະນາເສດຖະກິດຂອງປະເທດຊາດ.
ກ່ຽວກັບມາດຕະການ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງສຸມໃສ່ 3 ບຸກທະລຸໃນການພັດທະນາຢູ່ຫວຽດນາມ, ໃນນັ້ນ ບົດບາດສຳຄັນຂອງເສດຖະກິດພາກເອກະຊົນຢ່າງວ່ອງໄວ ແລະໝັ້ນຄົງ.
 (ແຫຼ່ງຄັດຈາກ VOV)
 



top