ຂ່າວສານ

ທ່ານນາຍົກລັດຖະມົນຕີລາວ ມາເປັນປະທານຮ່ວມກອງປະຊຸມຄັ້ງທີ 41 ຄະນະກໍາມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ຢູ່ ຫວຽດນາມ

ເລື່ອງທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ເດີນທາງມາເຂົ້າຮ່ວມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 41 ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ - ລາວ ຢູ່ຫວຽດນາມ, ສືບຕໍ່ຢັ້ງຢືນນະໂຍບາຍບຸລິມະສິດການພົວພັນຕ່າງປະເທດ ຂອງທັງສອງປະເທດ

ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ (ພາບ:TTXVN) 

ໂດຍໄດ້ຮັບຄໍາເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງລັດຖະບານລາວ ເດີນທາງມາຫວຽດນາມເຂົ້າຮ່ວມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 41 ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ - ລາວ ຢູ່ ຮ່າໂນ້ຍ, ນັບແຕ່ວັນທີ 5 – 6 ມັງກອນ 2019.

        ເລື່ອງທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ເດີນທາງມາເຂົ້າຮ່ວມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 41 ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ - ລາວ ຢູ່ຫວຽດນາມ, ສືບຕໍ່ຢັ້ງຢືນນະໂຍບາຍບຸລິມະສິດການພົວພັນຕ່າງປະເທດ ຂອງທັງສອງປະເທດ ແມ່ນ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ພັດທະນາຢ່າງບໍ່ຢຸດຢັ້ງ; ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ; ສ້າງຄວາມເປັນເອກະພາບໃນການຊີ້ນໍາ, ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)


top