ຂ່າວສານ

ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຮຽກຮ້ອງໃຫ້ເພີ່ມທະວີການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

      ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໃຫ້ຮູ້ວ່າ, ຈະລະດົມງົບປະມານເພື່ອຊື້ວັກຊິນຕື່ມອີກ ເພື່ອສັກໃຫ້ຊາວລາວ ໝົດທຸກຄົນໃນເວລາທີ່ເໝາະສົມ.

(ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ)
      ວັນທີ 22 ທັນວາ, ເມື່ອກ່າວຄຳເຫັນຕໍ່ສື່ມວນຊົນ, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ຮຽກຮ້ອງໃຫ້ບັນດາອົງການທີ່ມີໜ້າທີ່ ເພີ່ມທະວີບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຫຼາຍກວ່າອີກ, ພ້ອມທັງກະກຽມໃຫ້ແກ່ການຜັນຂະຫຍາຍການສັກຢາວັກຊິນກັນໂຄວິດ-19, ເຊິ່ງຄາດວ່າຈະດຳເນີນໃນກາງປີ 2021.
        ຕາມທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລ້ວ, ມີພົນລະເມືອງລາວປະມານ 20%, ເປັນຕົ້ນແມ່ນພາລະກອນການແພດ ແລະ ຜູ້ເຮັດວຽກຢູ່ແນວໜ້າໃນການປ້ອງກັນ, ສະກັດກັ້ນໂລກລະບາດ ຈະໄດ້ຮັບການສັກຢາວັກຊິນກ່ອນໝູ່ໃນກາງປີ 2021. ພ້ອມທັງຮຽກຮ້ອງໃຫ້ກະກຽມທຸກເງື່ອນໄຂເພື່ອຮັບວັກຊິນ ໂດຍບັນດາປະເທດ ແລະ ອົງການຈັດຕັ້ງສາກົນສະໜອງໃຫ້. ນອກຈາກຈຳນວນວັກຊິນທີ່ໄດ້ຮັບໂດຍບໍ່ເສຍຄ່າໃຫ້ພົນລະເມືອງ 20% ນັ້ນ, ທ່ານນາຍົກລັດຖະມົນຕີກໍ່ໃຫ້ຮູ້ວ່າ, ຈະລະດົມງົບປະມານເພື່ອຊື້ວັກຊິນຕື່ມອີກ ເພື່ອສັກໃຫ້ຊາວລາວ ໝົດທຸກຄົນໃນເວລາທີ່ເໝາະສົມ.
        ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍ່ຮຽກຮ້ອງໃຫ້ບັນດາອົງການທີ່ມີໜ້າທີ່ເພີ່ມທະວີການຄວບຄຸມໂລກລະບາດໂຄວິດ-19, ເມື່ອຖືວ່າ ໄວຣັດ SARS-CoV-2 ພວມແຜ່ລະບາດຢ່າງວ່ອງໄວຢູ່ບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ໃນໂລກ. ໃນຕໍ່ໜ້າ, ແມ່ນສືບຕໍ່ຢຸດຕິການເຂົ້າເມືອງສຳລັບພົນລະເມືອງທີ່ມາຈາກບັນດາປະເທດພວມເກີດໂລກລະບາດໃນຊຸມຊົນ; ສືບຕໍ່ປິດປະຕູດ່ານປະເພນີ ແລະ ທ້ອງຖິ່ນ; ຢຸດຕິບັນດາຖ້ຽວບິນທີ່ຈ້າງມາຈາກຕ່າງປະເທດ, ເວັ້ນເສຍແຕ່ກໍລະນີທີ່ຈຳເປັນ ເຊິ່ງໄດ້ຮັບການອະນຸຍາດຈາກອົງການທີ່ມີສິດອຳນາດ.
 (ແຫຼ່ງຄັດຈາກ VOV)
 


top