ຂ່າວສານ

ທ່ານນາຍົກລັດຖະມົນຕີມອບໃບຍ້ອງຍໍໃຫ້ໝູ່ຄະນະ, ສ່ວນບຸກຄົນຂຶ້ນກັບກະຊວງສາທາລະນະສຸກ

      ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ຫາກໍ່ເຊັນຂໍ້ຕົກລົງມອບໃບຍ້ອງຍໍຂອງນາຍົກລັດຖະມົນຕີໃຫ້ແກ່ 3 ໝູ່ຄະນະ ແລະ 7 ສ່ວນບຸກຄົນຂຶ້ນກັບກະຊວງສາທາລະນະສຸກ ໄດ້ມີຜົນງານດີເດັ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງຢ້ຽມຢາມໂຮງໝໍ ເຈີ້ໄຣ້
(ພາບປະກອບ: VGP)
      ວັນທີ 18 ມິຖຸນາ, ຫ້ອງວ່າການລັດຖະບານຫວຽດນາມ ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ຫາກໍ່ເຊັນຂໍ້ຕົກລົງມອບໃບຍ້ອງຍໍຂອງນາຍົກລັດຖະມົນຕີໃຫ້ແກ່ 3 ໝູ່ຄະນະ ແລະ 7 ສ່ວນບຸກຄົນຂຶ້ນກັບກະຊວງສາທາລະນະສຸກ ໄດ້ມີຜົນງານດີເດັ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ປະກອບສ່ວນເຂົ້າໃນພາລະກິດປົກປ້ອງ ແລະ ຍົກສູງສຸຂະພາບໃຫ້ແກ່ປະຊາຊົນ. ໃນນັ້ນ 3 ໝູ່ຄະນະໄດ້ຮັບໃບຍ້ອງຍໍລວມມີ: ມະຫາວິທະຍາໄລແພດສາດຮ່າໂນ້ຍ; ມະຫາວິທະຍາໄລການຢານະຄອນໂຮ່ຈີມິນ ແລະ ກົມຮ່ວມມືສາກົນ-ກະຊວງສາທາລະນະສຸກຫວຽດນາມ.
 (ແຫຼ່ງຄັດຈາກ VOV)


top