ຂ່າວສານ

ທ່ານນາຍົກລັດຖະມົນຕີຟ້າມມິງຈິງ: ແຂວງ ເບນແຈ ຄວນເສີມຂະຫຍາຍທ່າໄດ້ປຽບ, ພັດທະນາເສດຖະກິດທະເລ

ຕອນເຊົ້າວັນທີ 16 ກຸມພາ, ຢູ່ ແຂວງ ເບນແຈ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການເຮັດວຽກກັບການນຳແຂວງ ເບນແຈ ເພື່ອຕີລາຄາໝາກຜົນການພັດທະນາເສດຖະກິດ -ສັງຄົມ ປີ 2022 ແລະ ທິດທາງຫນ້າທີ່ປີ 2023.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການເຮັດວຽກກັບການນຳແຂວງ ເບນແຈ. 
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງ: ແຂວງ ເບນແຈ ແມ່ນທ້ອງຖິ່ນ ມີທ່າແຮງກ່ຽວກັບການພັດທະນາເສດຖະກິດທະເລ, ການທ່ອງທ່ຽວ ວັດທະນະທຳ ປະຫວັດສາດ -ຊີວະພາບ, ສະນັ້ນ ຕ້ອງເອົາໃຈໃສ່ພັດທະນາຢ່າງກົມກຽວລະຫວ່າງ ເສດຖະກິດ, ວັດທະນະທຳ - ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມຊີວະພາບ ຕິດພັນກັບການຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ. ທ່ານນາຍົກລັດຖະມົນຕີ ສະເຫນີ ໃຫ້ແຂວງເບນແຈ ສຸມໃສ່ປະຕິບັດວຽກງານສ້າງກົນໄກ, ນະໂຍບາຍເປີດຊ່ອງທາງໃຫ້ແກ່ການພັດທະນາ; ຄວນເສີມຂະຫຍາຍທ່າໄດ້ປຽບ, ພັດທະນາເສດຖະກິດທະເລ; ວາງແຜນຜັງດ້ວຍຈິດໃຈຖືນີ້ແມ່ນຫນ້າທີ່ຈຸດສຸມ, ຕ້ອງໄປກ່ອນບາດກ້າວຫນຶ່ງ, ມີວິໄສທັດຍາວໄກ, ມີຍຸດທະສາດ, ສ້າງແຜນຜັງຂອງແຂວງໂດຍໄວ. ພ້ອມກັນນັ້ນ ສືບຕໍ່ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ,ຍົກສູງກຳລັງແກ້ງແຍ່ງບົນພື້ນຖານຫັນເປັນດິຈີຕອນ, ຍົກສູງຄຸນນະພາບການບໍລິຫານສາທາລະນະທາງເອເລັກໂຕນິກ, ຫນູນຊ່ວຍ Stardup, ປ່ຽນໃຫ່ມປະດິດຄິດສ້າງ.

top