ຂ່າວສານ

ທ່ານນາຍົກລັດຖະມົນຕີພົບປະກັບການນຳຂັ້ນສູງຫຼາຍປະເທດຢູ່ COP26

ວັນທີ 01 ພະຈິກ (ຕາມເວລາ ອັງກິດ), ໃນຂອບເຂດ COP 26, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ມີການພົບປະກັບການນຳຫຼາຍປະເທດ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison. (ພາບ: TTXVN)

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ຫວຽດນາມ ຖືການພົວພັນກັບ ອົດສະຕາລີ ເປັນສຳຄັນ. ໃນໄລຍະຈະມາເຖິງ, 2 ຝ່າຍຄວນຍູ້ແຮງການສົ່ງເສີມການຄ້າ, ເຊື່ອມຕໍ່ວິສາຫະກິດ ແລະ ທ້ອງຖິ່ນຢ່າງແຮງກວ່າ, ສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸ 15 ຕື້ USD ໂດຍໄວ ແລະ ເພີ່ມການລົງທຶນລະຫວ່າງ 2 ສົ້ນຂຶ້ນທົບ 2 ເທົ່າ. 2 ຝ່າຍເຫັນດີຮັກສາການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍ, ແບ່ງປັນທັດສະນະກ່ຽວກັບການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອຢູ່ທະເລ ແລະ ການບິນ ຢູ່ບັນດາເຂດທະເລ ແລະ ມະຫາສະໝຸດ ໃນນັ້ນມີທະເລຕາເວັນອອກ ບົນຫຼັກການຂອງກົດໝາຍສາກົນ.

        ທີ່ການພົບປະກັບທ່ານນາງ Ursula von der Leyen ປະທານ EC, ທ່ານນາຍົກລັດຖະມົນຕີປາດຖະໜາວ່າ EC ສືບຕໍ່ສະໜັບສະໜູນ ຫວຽດນາມ ສຳຜັດກັບແຫຼ່ງວັກຊິນ ແລະ ໜູນຊ່ວຍອຸປະກອນການແພດ. ທ່ານນາງ Ursula von der Leyen ຢືນຢັນວ່າ ອີຢູ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ຜ່ານ 2 ຊ່ອງທາງນັ້ນແມ່ນ ການສົ່ງອອກວັກຊິນໂດຍກົງ ແລະ ຜ່ານກົນໄກ COVAX.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບທ່ານປະທານາທິບໍດີອາເມລິກາ Joe Biden. (ພາບ: TTXVN)

ທີ່ການພົບປະກັບທ່ານປະທານາທິບໍດີອາເມລິກາ Joe Biden, ການນຳ 2 ທ່ານໄດ້ເຫັນດີຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ພັດທະນາຢ່າງຕັ້ງໜ້າກວ່າອີກ, ໃນນັ້ນມີການຮ່ວມມືດ້ານການເງິນເຕັກໂນໂລຊີ ເພື່ອແກ້ໄຂບັນຫາດິນຟ້າອາກາດ, ໂດຍສະເພາະແມ່ນປະຕິບັດບັນດາກົນໄກຕາມຂໍ້ຕົກລົງ ປາຣີ ຢ່າງຄົບຖ້ວນ, ຊົມເຊີຍການເຂົ້າຮ່ວມຂອງບັນດາບໍລິສັດ ອາເມລິກາ ເຂົ້າໃນຂົງເຂດພັດທະນາຂຽວ, ພັດທະນາແບບຍືນຍົງຢູ່ ຫວຽດນາມ.

        ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ໄທ ປຣະຢຸດ ຈັນໂອຊາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ຊຸກຍູ້ການລົງທຶນ ແລະ ຜັນຂະຫຍາຍເອກະສານຮ່ວມມືຫຼາຍສະບັບ, ມານະພະຍາຍາມນຳວົງເງິນການຄ້າລະຫວ່າງ ຫວຽດນາມ - ໄທ ຂຶ້ນລະດັບ 25 ຕື້ USD ໃນແຕ່ລະປີ ຕາມທິດມີຄວາມດຸ່ນດ່ຽງ, ຍືນຍົງກວ່າ.

        ແລະກໍ່ໃນວັນທີ 01 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຂົ້າຮ່ວມການສົນທະນາກັບທະນາຄານ Standard Chartered; ຕ້ອນຮັບສະພາພະລັງງານແຮງລົມທົ່ວໂລກ; ຕ້ອນຮັບຜູ້ອຳນວຍການໃຫຍ່ ທັງເປັນຫົວໜ້າຝ່າຍບໍລິຫານກຸ່ມບໍລິສັດພະລັງງານແຮງລົງ Orsted…

(ແຫຼ່ງຄັດຈາກ VOV)


top