ຂ່າວສານ

ທ່ານນາຍົກລັດຖະມົນຕີຊີ້ນຳການຕີລາຄາຄືນສະພາບທີ່ດິນຕົວຈິງຢູ່ບັນດານິຄົມກະເສດ, ນິຄົມປ່າໄມ້

ຕອນເຊົ້າວັນທີ 18 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມສະຫລຸບ 5 ປີແຫ່ງວັນປະຕິບັດມະຕິຂອງກົມການເມືອງ ແລະ ດຳລັດຂອງລັດຖະບານກ່ຽວກັບການສັບຊ້ອນ, ປ່ຽນແປງໃຫມ່ ແລະ ພັດທະນາ, ຍົກສູງປະສິດທິຜົນແຫ່ງການເຄື່ອນໄຫວຂອງບໍລິສັດກະສິກຳ, ປ່າໄມ້.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)

ຕາມບົດລາຍງານທີ່ກອງປະຊຸມ, ປັດຈຸບັນຍັງມີ 27/256 ບໍລິສັດຍັງບໍ່ທັນປະຕິບັດການສັບຊ້ອນການເຄື່ອນໄຫວຕາມຮູບແບບໃໝ່. ລັດຖະບານສູ້ຊົນຮອດປີ 2020 ປະຕິບັດການສັບຊ້ອນໃຫ້ສຳເລັດໂດຍພື້ນຖານ. ຕາມຂໍ້ກຳນົດຂອງກົດໝາຍ, ບໍລິສັດກະສິກຳ, ປ່າໄມ້ພຽງແຕ່ໄດ້ດຶງດູດຜູ້ຖືຫຸ້ນຍຸດທະສາດເມື່ອອັດຕາຄອບງຳຂອງລັດແຕ່ 51% ຂຶ້ນໄປເທົ່ານັ້ນ, ແຕ່ຫລາຍທ້ອງຖິ່ນໄດ້ສະເໜີຫລຸດຜ່ອນອັດຕານີ້. ໜຶ່ງໃນບັນດາບັນຫາທີ່ຫລາຍທ້ອງຖິ່ນໄດ້ຍົກອອກມາ ແມ່ນກຳນົດຄືນສະພາບເນື້ອທີ່ດິນຂອງບັນດາບໍລິສັດກະສິກຳ, ປ່າໄມ້ ກໍ່ຄືຊັບສິນໃນເໜືອທີ່ດິນ.
 (ແຫຼ່ງຄັດຈາກ VOV)

top