ຂ່າວສານ

ທ່ານນາຍົກລັດຖະມົນຕີກຳປູເຈຍຈະມາຫວຽດນາມໄວ້ອາໄລທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ

ວັນທີ 26 ກັນຍາ ທ່ານນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ຮຸນແຊນ ຈະນຳຫນ້າຄະນະຜູ້ແທນຂັ້ນສູງ ກຳປູເຈຍ ເພື່ອໄວ້ອາໄລ ທ່ານປະທານປະເທດ ເຈີນດ້າຍກວາງ. 


ທ່ານນາຍົກລັດຖະມົນຕີກຳປູເຈຍ ສົມເດັດ ຮຸນແຊນ 

ພາບ: vietnam+

ນັ້ນແມ່ນຂ່າວຖືກຍົກອອກໃນແຈ້ງການສື່ມວນຊົນໃນວັນທີ 25 ກັນຍາ ຂອງກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ.

ວັນທີ 26 ກັນຍາ ທ່ານປະທານສະພາສູງ ກຳປູເຈຍ ສົມເດັດ ໄຊຈູມ ແລະ ທ່ານປະທານສະພາແຫ່ງຊາດ ກຳປູເຈຍ ສົມເດັດ ແຮງຊຳຣີນ ກໍ່ຈະມາໄວ້ອາໄລທ່ານປະທານປະເທດເຈີນດ້າຍກວາງ ຢູ່ ສຳນັກງານສະຖານທູດຫວຽດນາມ ຢູ່ ນະຄອນຫລວງ ພະນົມເປັນ.

(​ແຫຼ່ງຄັດ​ຈາກ VOV)



top