ຂ່າວສານ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຕ້ອງປ່ຽນແປງໃໝ່ລະບົບຈຳໜ່າຍນ້ຳມັນເຊື້ອໄຟຢ່າງແທ້ຈິງ

ຕອນເຊົ້າວັນທີ 11 ກັນຍາ, ທີ່ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານການເຮັດວຽກກັບກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ບັນດາກະຊວງ, ອົງການທີ່ກ່ຽວຂ້ອງກ່ຽວກັບການສ້າງໂຄງປະກອບ ແລະ ຈັດສັນລະບົບການຈຳໜ່າຍນ້ຳມັນເຊື້ອໄຟຄືນໃໝ່.
ທ່ານນາຍົກລັດຖະມົນຕີ ເລມິນຮຶງ. (ພາບ: VNA)
ທ່ານນາຍົກລັດຖະມົນຕີ ເລ​ມິນ​ຮຶງ ຢືນຢັນວ່າ ນ້ຳມັນ​ເຊື້ອ​ໄຟເປັນສິນຄ້າຍຸດທະສາດ ແລະ ຈຳເປັນ, ເປັນສົ້ນ​ເຂົ້າຂອງ​ພື້ນ​ຖານ​ເສດຖະກິດ, ສົ່ງຜົນກະທົບໂດຍກົງ ຕໍ່ການຜະລິດ, ການ​ດຳ​ເນີນທຸລະກິດ, ຊີວິດການເປັນຢູ່ຂອງປະຊາຊົນ ແລະ ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ໃຫ້​ເປັນ​ປົກ​ກະ​ຕິ. ການສ້າງດຳລັດສະບັບໃໝ່ກ່ຽວກັບ​ການ​ດຳ​ເນີນ​ທຸ​ລະ​ກິດ​ດ້ານນ້ຳມັນ​ເຊື້ອ​ໄຟ ຕ້ອງແກ້ໄຂຂໍ້ບົກຜ່ອງຂອງກົນໄກທີ່​ພວມ​ປະ​ກາດ​ໃຊ້ໃນປະຈຸບັນໂດຍພື້ນຖານ; ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ການສະໜອງໃນທຸກສະຖານະການ. ທ່ານນາຍົກລັດຖະມົນຕີ ເລ​ມິນ​ຮຶງ ຮຽກຮ້ອງໃຫ້ກະຊວງອຸດສາຫະກຳການຄ້າ ສ້າງສຳເລັດຮ່າງດຳລັດດັ່ງກ່າວ​ໃຫ້​ສົມ​ບູນ​ແບບຢ່າງຮີບດ່ວນ ແລະ ​ຍື່ນ​ສະ​ເໜີເພື່ອປະກາດໃຊ້ໂດຍໄວທີ່ສຸດ, ​ຊ້າ​ສຸດ​ແມ່ນ​ໃນຕົ້ນເດືອນຕຸລາ 2026.

top