ຂ່າວສານ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ກຳລັງຕຳຫຼວດຕ້ອງຍົກສູງການຄາດຄະເນຍຸດທະສາດ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ສະພາບບໍ່ຄາດຄິດ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ສະເໜີໃຫ້ກຳລັງຕຳຫຼວດ ສືບຕໍ່ເປັນແບບຢ່າງນຳໜ້າໃນການຫັນການປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກໃຫ້ປະກົດຜົນເປັນຈິງ
  ທ່ານນາຍົກລັດຖະມົນຕີ ເລມິນຮຶງ , ກ່າວ​ຄຳ​ເຫັນ​ທີ່ກອງປະຊຸມ. ພາບ: VNA  

ກຳ​ລັງ​ຕຳ​ຫຼວດ​ຕ້ອງ​ຍົກ​ສູງ​ການ​ຄາດ​ຄະ​ເນ​ຍຸດ​ທະ​ສາດ, ບໍ່ໃຫ້ຕົກ​ຢູ່​ໃນ​ທ່​າ​ຮັບ, ​ສະ​ພາບ​ບໍ່ຄາດຄິດໃນທຸກກໍລະນີ, ກຳ​ແໜ້ນ​ສະ​ພາບ​ການແຕ່​ໄວ, ແຕ່​ໄກ, ນັບ​ແຕ່​ຂັ້ນ​ຮາກ​ຖານ. ນັ້ນ​ແມ່ນ​ຄຳ​ຮຽກ​ຮ້ອງ​ຂອງ ​ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ທີ່ກອງ​ປະ​ຊຸມ​ສະ​ຫຼຸບ 6 ເດືອນ​ຕົ້ນ​ປີ 2026 ແລະ ສະ​ຫຼຸບ 01 ປີ​ແຫ່ງ​ການ​ຈັດ​ຕັ້ງ​ຕຳ​ຫຼວດ​ທ້ອງ​ຖິ່ນ 2 ຂັ້ນ ຕິດ​ພັນ​ກັບ​ເຂດ​ບໍ​ລະ​ຫານ​ໃໝ່, ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 02 ກໍ​ລະ​ກົດ ທີ່ ຮ່າໂນ້ຍ.

ທີ່ກອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ສະ​ເໜີ​ໃຫ້​ກຳ​ລັງ​ຕຳ​ຫຼວດ ສືບ​ຕໍ່​ເປັນ​ແບບ​ຢ່າງ​ນຳ​ໜ້າ​ໃນ​ການ​ຫັນ​ການ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ພັກ​ໃຫ້​ປະ​ກ​ົດ​ຜົນ​ເປັນ​ຈິງ; ນຳ​ໜ້າ​ສ້າງ​ສັນ, ພັດ​ທະ​ນາ​ດ້ວຍ​ບັນ​ດາ​ໝາກ​ຜົນ, ຜະ​ລິດ​ຕະ​ພັນ​ລະ​ອຽດ.

“​ກວດ​ເຫັ​ນ​ບັນ​ດາ​ທ່າ​ອ່ຽງ, ການ​ຫັນ​ປ່ຽນ, ການ​ປ່ຽນ​ແປງ​ຍຸ​ດ​ທະ​ສາດ. ບໍ່​ພຽງ​ແຕ່​ແຈ້ງເຕືອນ​ຄວາມ​ສ່ຽງ​ເທົ່າ​ນັ້ນ ຫາກ​ຍັງ​ສະ​ເໜີ​ແຜນ​ນະ​ໂຍ​ບາຍ, ມາດ​ຕະ​ການ ແລະ ນະ​ໂຍ​ບາຍ​ເພື່ອ​ເປັນ​ເຈົ້າ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ. ພິ​ເສດ, ສຳ​ລັບ​ບັນ​ດາ​ບັນ​ຫາ​ມີ​ລັກ​ນະ​ສະ​ຍຸ​ດ​ທະ​ສາດ​ກ່ຽວ​ຂ້ອງ​ເຖິງ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ, ບັນ​ດາ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດໄດ້​ດຶງດູດ​ແຫຼ່ງ​ກຳ​ລັງ, ໃນ​ນັ້ນ​ມີ​ແຫຼ່ງ​ກຳ​ລັງ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ. ຍູ້​ໄວ​ຄວາມ​ຄ​ືບ​ໜ້າການ​ແກ້​ໄຂ​, ເລີ່ມລຸລ່ວງບັນ​ດ​າ​ແຫຼ່ງ​ກຳ​ລັງ​ຢູ່​ໂຄງ​ການ​ທີ່ຖືກ​ອຸ​ດ​ຕັນ”.


top