ໜຶ່ງໃນບັນດາຈຸດທີ່ສຳຄັນທີ່ສຸດແມ່ນ ການນຳມາເຊິ່ງຈິນຕະນາການໃໝ່....
ຕອນເຊົ້າວັນທີ 10 ກັນຍາ, ທີ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານການເຮັດວຽກກັບກະຊວງການເງິນ ພ້ອມກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອປະກອບຄຳເຫັນເຂົ້າໃນບັນດາການກຳນົດທິດໃຫຍ່, ສຳຄັນເພື່ອແນໃສ່ສ້າງເອກະສານແຜນຮ່າງກົດໝາຍໃຫ້ສຳເລັດສົມບູນ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຊີ້ແຈ້ງວ່າ:
ໄປຄຽງຄູ່ກັບບັນດາການແກ້ໄຂຈຸດອຸດຕັນນັ້ນ, ໜຶ່ງໃນບັນດາຈຸດທີ່ສຳຄັນທີ່ສຸດແມ່ນ ການນຳມາເຊິ່ງຈິນຕະນາການໃໝ່, ໝາຍຄວາມວ່າ ມີຄວາມຄິດສ້າງສັນ, ພັດທະນາ, ກຳນົດບັນດາມາດຕາໃໝ່, ສ້າງເງື່ອນໄຂ, ແກ້ໄຂບັນດາແຫຼ່ງກຳລັງເພື່ອລະດົມບັນດາແຫຼ່ງກຳລັງຮັບໃຊ້ໃຫ້ແກ່ເປົ້າໝາຍພັດທະນາ. ແກ້ໄຂບັນດາຂໍ້ຕິດຂັດໃນຕົວຈິງແຕ່ກົກ ແລະ ປະຕິຮູບ, ຫັນລະບຽບການບໍລິຫານເປັນງ່າຍດາຍ, ຄວບຄຸມຢ່າງເຂັ້ມງວດ, ບໍ່ປະໃຫ້ເກີດມີລະບຽບການໃໝ່ຂຶ້ນມາອີກ. ບັນດາມາດຕາ ແລະ ເນື້ອໃນກົດໝາຍຕ້ອງເປັນເອກະພາບກ່ຽວກັບວິທີເຂົ້າໃຈ ເພື່ອຈັດຕັ້ງປະຕິບັດ.