ຂ່າວສານ

ທ່ານນາຍົກລັດຖະມົນຕີ ເຢຍລະມັນ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ແລະ ຄະນະຜູ້ແທນຂັ້ນສູງປະເທດ ເຢຍລະມັນ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 13 – 14 ພະຈິກ.

ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz

(ພາບ: TTXVN)

ຕອນບ່າຍວັນທີ 13 ພະຈິກ, ຢູ່ທຳນຽບປະທານປະເທດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ແລະ ຄະນະຜູ້ແທນຂັ້ນສູງປະເທດ ເຢຍລະມັນ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 13 – 14 ພະຈິກ. ພິທີຕ້ອນຮັບໄດ້ຈັດຂຶ້ນຕາມພິທີສະຫງວນໃຫ້ການນຳລັດຖະບານ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz.

ຕາມແຜນການ, ໃນຂອບເຂດການຢ້ຽມຢາມ, ນອກຈາກການເຈລະຈາກັບທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ທ່ານນາຍົກລັດຖະມົນຕີ Olaf Scholz ຈະພົບປະກັບສື່ມວນຊົນ, ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ເຂົ້າຮ່ວມກອງປະຊຸມໂຕ້ມົນກັບວິສາຫະກິດ ຫວຽດນາມ - ເຢຍລະມັນ ແລະ ເຂົ້າຮ່ວມງານລ້ຽງຢ່າງເປັນທາງການ.

(ແຫຼ່ງຄັດຈາກ VOV)

top