ຂ່າວສານ

ທ່ານນາຍົກລັດຖະມົນຕີ ເນປານ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງຈົບງາມ

      ຕອນເຊົ້າວັນທີ 13 ພຶດສະພາ, ທ່ານ Khadga Prasad Sharma ນາຍົກລັດຖະມົນຕີ ເນປານໄດ້ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງຈົບງາມຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ.

ທ່ານ Khadga Prasad Sharma ນາຍົກລັດຖະມົນຕີ ເນປານ ແລະ ທ່ານຫງວຽນຊວນຟຸກນາຍົກລັດຖະມົນຕີ ຫວຽດນາມ 
(ພາບ: ວັນດຽບ/TTXVN)
      ໃນຂອບເຂດການຢ້ຽມຢາມ, ທ່ານ Khadga Prasad Sharma ໄດ້ເຂົ້າວາງພວງມາລາຢູ່ອານຸສາວະລີນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ; ວາງພວງມາລາ ແລະ ເຂົ້າຄ່ຳນັບສຸສານປະທານໂຮ່ຈີມິນ; ພົບປະເຈລະຈາກັບທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ, ພົບປະກັບທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ. ທ່ານ Khadga Prasad Sharma ນາຍົກລັດຖະມົນຕີ ເນປານ ຍັງມີບົດກ່າວປາໄສຢູ່ວັນບູນວິສາຂະບູຊາ Vesak 2019 , ລົງຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ສຳມະນາກອນ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດ ລະຫວ່າງ ຫວຽດນາມ - ເນປານ.
 (ແຫຼ່ງຄັດຈາກ VOV)


top