ຂ່າວສານ

ທ່ານນາຍົກລັດຖະມົນຕີ ເຈາະຈີ້ນ ທິດທາງພັດທະນາໃຫ້ແກ່ເຂດເສດຖະກິດຈຸດສຸມ 4 ແຫ່ງ

      ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການພັດທະນາເຂດເສດຖະກິດຈຸມສຸມໃນຕອນເຊົ້າວັນທີ 26 ພຶດສະພາ ຢູ່ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີໄດ້ຊີ້ແຈ້ງວ່າ ເຂດເສດກິດຈຸດສຸມແມ່ນຈຸດເຕີບໂຕສຳຄັນຂອງປະເທດຊາດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ 
      ສຳລັດເຂດເສດຖະກິດຈຸດສຸມທາງພາກເໜືອ ດ້ວຍຈຸດສຸມແມ່ນເຂດສາມຫຼ່ຽມພັດທະນາລວມມີ: ຮ່າໂນ້ຍ, ຫ໋າຍຝ່ອງ, ກ໋ວາງນິງ, ທ່ານນາຍົກລັດຖະມົນຕີ ເຈາະຈີ້ມວ່າ ນີ້ແມ່ນເຂດທີ່ມີເງື່ອນໄຂຫຼາຍຢ່າງໃນການດຶງດູດການລົງທຶນເຕັກໂຍໂລຢີສູງ, ປຸ່ງແຕ່ງ, ປະດິດສ້າງ, ເອເລັກໂຕນິກ, ການບໍລິການ… ມີທ່າແຮງແຫຼ່ງຊັບພະຍາກອນມະນຸດ, ສ້າງ ບັນດາສູນຄົ້ນຄ້ວາການນຳໃຊ້ເຕັກໂນໂລຢີສູງຂຶ້ນ. ເຂດເສດຖະກິດຈຸດສຸມທາງພາກກາງ ສຸມໃສ່ພັດທະນາ ເສດຖະກິດທາງທະເລຢ່າງແຮງ, ບັນດາຂະແໜງການບໍລິການຂົນສົ່ງ, ພິເສດແມ່ນການທ່ອງທ່ຽວ. ເຂດເສດຖະກິດຈຸດສຸມທາງພາກໃຕ້ຕ້ອງສຸມໃສ່ດຶງດູດເງິນລົງທຶນທີ່ມີຂອບຂະໜາດໃຫຍ່, ເຕັກໂນໂລຢີສູງ ແລະ ຍືນຢູ່ແຖວໜ້າຂອງລະບົບມູນຄ່າ, ເສີມຂະຫຍາຍບົດບາດເປັນນຳໜ້າຂອງນະຄອນໂຮ່ຈີມິນເພື່ອນຳເຂດນີ້ ກາຍເປັນກຳລັງໜູນໃນການເຕີບໂຕໃນປີ 2020 ຢ່າງທັນທີ. 
 (ແຫຼ່ງຄັດຈາກ VOV)


top