ຂ່າວສານ

ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມ ກອງປະຊຸມປຶກສາຫາລືກ່ຽວກັບມາດຕະການພັດທະນາຕົ້ນ ແມັກຄາເດເມຍ

      ຕອນເຊົ້າວັນທີ 29 ກັນຍາ, ຢູ່ນະຄອນ ບວນມາທວດ, ແຂວງ ດັກລັກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມດ້ວຍຫົວຂໍ້ ໝາກຜົນການພັດທະນາຕົ້ນ ແມັກຄາເດເມຍ ຢູ່ ຫວຽດນາມ ໃນໄລຍະຜ່ານມາ; ທິດທາງ ແລະ ຕະການພັດທະນາໃນໄລຍະຈະມາເຖິງ”.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ ບໍ່ຄ່ອຍເຫັນຕົ້ນໄມ້ຊະນິດໃດທີ່ ໃນຮອບເວລາ 5 ປີ ສາມາດ ເພີ່ມສະມັດຕະພາບຂຶ້ນທົບ 24 ຫາ 25 ເທົ່າ ແລະ ປະກອບສ່ວນລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ພໍ່ແມ່ປະຊາຊົນຜູ້ທຸກຍາກຢູ່ເຂດຫ່າງໄກສອກຫຼີກ ໄດ້ດີຄືກັບຕົ້ນ ແມັກຄາເດເມຍ ນີ້. ທ່ານນາຍົກລັດຖະມົນຕີ ຕີລາຄາສູງຕໍ່ເລື່ອງ ສະຫະສະມາຄົມ ແມັກຄາເດເມຍ ຫວຽດນາມ ໄດ້ທຸ້ມເທເຫື່ອແຮງຄົ້ນຄວ້າ ອັນໄດ້ປະກອບສ່ວນເຂົ້າໃນການພັດທະນາຕົ້ນ ແມັກຄາເດເມຍ ຢູ່ ຫວຽດນາມ. ໄປຄຽງຄູ່ກັນນັ້ນ, ທ່ານນາຍົກລັດຖະມົນຕີ ກໍໄດ້ໃສ່ໃຈເຖິງບັນຫາວາງແຜນຜັງເຂດດິນທີ່ເໝາະສົມກັບການປູກຕົ້ນ ແມັກຄາເດເມຍ ແລະ ຊອກຫາສົ້ນອອກໃຫ້ແກ່ຕົ້ນໄມ້ຊະນິດນີ້. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໃຫ້ຮູ້ວ່າ
        ຕ້ອງຄຸ້ມຄອງກ່ຽວກັບບັນຫາພັດທະນາຕົ້ນແມກຄາເດເມຍຢ່າງຄົບຊຸດເມື່ອປະກາດການວາງແຜນກຳນົດ. ນັ້ນແມ່ນ ລັດຖະບານ, ທ້ອງຖິ່ນ, ແຂວງຕ້ອງມີການກຳນົດທິດຢ່າງລະອຽດ. ທີ 2 ແມ່ນວິສາຫະກິດ, ສະມາຄົມຂະແໜງການຕ້ອງເຂົ້າຮ່ວມການກຳນົດທິດ. ທີ 3 ແມ່ນຂົນຂວາຍການເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຊົນ, ວິສາຫະກິດ. ຂ້າພະເຈົ້າເຫັນດີຕໍ່ການສ້າງສະຫະກອນພັດທະນາຕົ້ນແມກຄາເດເມຍ ນັບແຕ່ຂັ້ນຕອນຜະລິດຕະຫຼອດຮອດການປຸງແຕ່ງ. ຕ້ອງເຮັດໃຫ້ຄົບຊຸດສິ່ງນີ້, ຍ້ອນວ່ານີ້ບໍ່ພຽງແຕ່ແມ່ນຕົ້ນໄມ້ທີ່ບັນລຸໝາກຜົນໄວ້ເທົ່ານັ້ນ ຫາກຍັງແມ່ນຕົ້ນໄມ້ມີຄວາມສຳຄັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ແຜນການການພັດທະນາຂອງປະເທດຊາດ
 (ແຫຼ່ງຄັດຈາກ VOV)
 


top