ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ເຂົາຮ່ວມກອງປະຊຸມສະຫຼຸບ 2 ປີ ຫວຽດນາມດຳລົງຕຳແໜ່ງຢູ່ສະພາຄວາມໝັ້ນຄົງ ສປຊ

      ຕອນເຊົ້າວັນທີ 22 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ກອງປະຊຸມສະຫຼຸບ 2 ປີ ຫວຽດນາມດຳລົງຕຳແໜ່ງກຳມະການບໍ່ຖາວອນຢູ່ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.
ນາຍົກລັດຖະມົນຕີ ຫວຽດນາມ ເຂົາຮ່ວມກອງປະຊຸມສະຫຼຸບ 2 ປີ ຫວຽດນາມດຳລົງຕຳແໜ່ງຢູ່ສະພາຄວາມໝັ້ນຄົງ ສປຊ (ພາບ: TTXVN)
ໃນ 2 ປີຜ່ານມາ, ດ້ວຍການຮ່ວມມື ແລະ ສົມທົບຂອງຄູ່ຮ່ວມງານບັນດາປະເທດ ຢູ່ ສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ໄດ້ປະຕິບັດສຳເລັດທຸກເປົ້າໝາຍທີ່ໄດ້ວາງອອກໃນອາຍຸການ ແລະ ໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນ, ປະກອບສ່ວນຍົກສູງຖານະບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງຂອງປະເທດຊາດ ບົນເວທີສາກົນໃຫ້ຫຼາຍກ່ວາອີກ. ນີ້ແມ່ນຜົນງານອັນໃຫຍ່ຫຼວງ ຂອງວຽກງານການຕ່າງປະເທດ, ຢັ້ງຢືນໄດ້ ຖານະບົດບາດ, ທີ່ຕັ້ງ ແລະ ຂອບຂະໜາດໃໝ່ຂອງ ຫວຽດນາມ ໃນເວທີສາກົນ.   ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ:
        ການໝູນໃຊ້ຖານະບົດບາດ, ທີ່ຕັ້ງ ອິດທິພົນຊື່ສຽງຂອງປະເທດຊາດ ຢ່າງມີປະສິດທິຜົນນັ້ນ ໄດ້ສືບຕໍ່ຊຸກຍູ້ ແລະ ເຮັດໃຫ້ການພົວພັນສອງຝ່າຍກັບບັນດາປະເທດ, ອົງການຈັດຕັ້ງສາກົນເລິກເຊິ່ງຂຶ້ນຕື່ມ, ໝູນໃຊ້ກາລະໂອກາດຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກນິກ, ເຕັກໂນໂລຢີ ກັບບັນດາປະເທດຢ່າງສຸດຂີດ ເປັນຕົ້ນແມ່ນບັນດາປະເທດໃຫຍ່ ໃນສະພາບການພະຍາດໂຄວິດ - 19, ກໍ່ຄືໃນໄລຍະປົກກະຕິພາຍຫຼັງໂຄວິດ - 19. ບັນດາການເຄື່ອນໄຫວ ຕ່າງປະເທດຄວນໄດ້ຜັນຂະຫຍາຍບົນພື້ນຖານ “ສະໜິດສະໜົມ, ຈິງໃຈ, ໄວ້ເນື້ອເຊື່ອໃຈ, ສະເໝີພາບ, ເຄົາລົບນັບຖື, ຮັບຟັງ, ຮ່ວມມື, ມີປະສິດທິຜົນ ແລະ ພ້ອມກັນພັດທະນາ”, ສ້າງພື້ນຖານຍາດແຍ່ງເອົາແຫຼ່ງກຳລັງຈາກສາກົນ, ປະກອບສ່ວນປະຕິບັດຄວາມຄາດຫວັງພັດທະນາປະເທດຊາດແບບຍືນຍົງ.
        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຊື່ອໝັ້ນວ່າ ໃນໄລຍະພັດທະນາໃໝ່, ວຽກງານການຕ່າງປະເທດ ຈະສືບຕໍ່ປະກອບສ່ວນ ເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃຫ້ຫຼາຍກ່ວາອີກ
(ແຫຼ່ງຄັດຈາກ VOV)
 

top