ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ກູ້ໄພໃນເຫດດິນເຊາະເຈື່ອນຢູ່ ກວ໋າງນາມ ໂດຍໄວ

      -   ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ສົ່ງໂທລະເລກທາງການ ຮຽກຮ້ອງໃຫ້ຈັດຕັ້ງການກູ້ໄພກູ້ຊີບ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດດິນເຊາະເຈື່ອນໃນບໍລິເວນແຂວງ ກວ໋າງນາມ.

ການກູ້ໄພກູ້ຊີບຢູ່ ຈ່າແລງ (ພາບ: tuoitre.vn)
      ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ຄະນະກຳມະການແຫ່ງຊາດກ່ຽວກັບການຮັບມືກັບອຸບັດຕິເຫດຈາກໄພທຳມະຊາດ ແລະ ກູ້ໄພກູ້ຊີບ, ກະຊວງປ້ອງກັນປະເທດ, ການນຳແຂວງກວ໋າງນາມ, ກອງບັນຊາການທະຫານເຂດ 5 ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງ ຈົ່ງສຸມກຳລັງຊີ້ນຳບັນດາກຳລັງ ຈັດຕັ້ງການຊອກຫາ, ກູ້ໄພກູ້ຊີບບັນດາຜູ້ປະສົບເຄາະຮ້າຍໂດຍດ່ວນດ້ວຍທຸກວິທີທາງ.
 ກະຊວງຄົມມະນາຄົມຂົນສົ່ງ ສົມທົບກັບຄະນະກຳມະການປະຊາຊົນແຂວງ ກວ໋າງນາມ ແລະ ບັນດາກຳລັງກູ້ໄພກູ້ຊີບ ລະດົມທຸກພາຫະນະ ກຳລັງທີ່ຈຳເປັນ ເພື່ອສ້ອມແປງເສັ້ນທາງຖືກດິນເຊາະເຈືອນ ສ້າງເງື່ອນໃຫ້ພາຫະນະເຂົ້າເຂດຊອກຫາກູ້ໄພ.
 (ແຫຼ່ງຄັດຈາກ VOV)


top