ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນປະທານຄະນະກຳມະການແຫ່ງຊາດກ່ຽວກັບລັດຖະບານເອເລັກໂຕນິກ

      ຂໍ້ຕົກລົງໃນວັນທີ 26 ພຶດສະພາ ຂອງນາຍົກລັດຖະມົນຕີ  ຫວຽດນາມກ່ຽວກັບການປັບປຸງຄະນະກຳມະການແຫ່ງຊາດກ່ຽວກັບລັດຖະບານເອເລັກໂຕນິກ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນປະທານຄະນະກຳມະການແຫ່ງຊາດກ່ຽວກັບລັດຖະບານເອເລັກໂຕນິກ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ວຸ໊ດຶກດາມ ເປັນຮອງປະທານຜູ້ປະຈຳການຄະນະກຳມະການນີ້.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)
      ຄະນະກຳມະການແຫ່ງຊາດກ່ຽວກັບລັດຖະບານເອເລັກໂຕນິກມີໜ້າທີ່: ຄົ້ນຄ້ວາ, ສະເໜີໃຫ້ລັດຖະບານ, ນາຍົກລັດຖະມົນຕີກ່ຽວກັບແຜນນະໂຍບາຍ, ຍຸດທະສາດ, ກົນໄກ, ນະໂຍບາຍສ້າງສະພາບແວດລ້ວມດ້ານນິຕິກຳຊຸກຍູ້ກໍ່ສ້າງ, ພັດທະນາລັດຖະບານເອເລັກໂຕນິກມຸ່ງໄປສູ່ລັດຖະບານດີຈີຕອນ, ຫັນປ່ຽນດີຈີຕອນ, ເສດຖະກິດດີຈີຕອນ ແລະ ຕົວເມືອງອັດສະລິຍະ; ສ້າງຄວາມສະດວກໃຫ້ແກ່ການຜັນຂະຫຍາຍການປະຕິວັດອຸດສາຫະກຳຄັ້ງທີ 4 ຢູ່ ຫວຽດນາມ.
ພ້ອມກັນນັ້ນ, ຄະນະກຳມະການນີ້ກໍ່ຊ່ວຍລັດຖະບານ, ທ່ານນາຍົກລັດຖະມົນຕີຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນປະຕິບັດບັນດາຄາດໝາຍ, ໜ້າທີ່ ແລະ ວິທີການແກ້ໄຂໃນການກໍ່ສ້າງ, ພັດທະນາລັດຖະບານເອເລັກໂຕນິກມຸ່ງໄປສູ່ລັດຖະບານດີຈີຕອນ, ຫັນປ່ຽນດີຈີຕອນ, ເສດຖະກິດດີຈີຕອນ ແລະ ຕົວເມືອງອັດສະລິຍະ. ຄະນະກຳມະການນີ້ມີໜ້າທີ່ປະກອບຄຳເຫັນໃສ່ບັນດາຍຸດທະສາດ, ລາຍການ, ກົນໄກ, ນະໂຍບາຍ, ແຜນຮ່າງ, ໂຄງການກ່ຽວຂ້ອງເຖິງການກໍ່ສ້າງ, ພັດທະນາລັດຖະບານເອເລັກໂຕນິກມຸ່ງໄປສູ່ລັດຖະບານດີຈີຕອນ, ຫັນປ່ຽນດີຈີຕອນ, ເສດຖະກິດດີຈີຕອນ ແລະ ຕົວເມືອງອັດສະລິຍະຂຶ້ນກັບສິດອຳນາດຕັດສິນຂອງລັດຖະບານ, ນາຍົກລັດຖະມົນຕີ.
 (ແຫຼ່ງຄັດຈາກ VOV)


top