ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ອອກຄຳສັ່ງເລີ່ມລົງມືກໍ່ສ້າງເສັ້ນທາງ ກາມໂລະ - ລາເຊີນຂຶ້ນກັບໂຄງການເສັ້ນທາງດ່ວນ ເໜືອ - ໃຕ້

      ເສັ້ນທາງດ່ວນຢູ່ ຫວຽດນາມ ຈະໄດ້ກໍ່ສ້າງຈາກຕອນດິນເໜືອສຸດ ນາມກວານ ຈົນຮອດ ແຫຼມກາເມົາ ເພື່ອແນໃສ່ເປົ້າໝາຍຊຸກຍູ້ການເຊື່ອມຕໍ່ລະຫວ່າງບັນດາແຂວງ, ນະຄອນ, ລະຫວ່າງບັນດາເຂດເສດຖະກິດຈຸດສຸມນໍາກັນຢ່າງແຮງ, ຜ່ານນັ້ນປະກອບສ່ວນຢ່າງຕັ້ງໜ້າເຂົ້າການພັດທະນາປະເທດຊາດ, ຍົກສູງຊີວິດການເປັນຢູ່ຂອງ ປະຊາຊົນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ  (ພາບ: VGP)
       ຕອນເຊົ້າວັນທີ 16 ກັນຍາ, ພິທີວາງສີລາລຶກກິດຈະກໍາຍ່ອຍຂອງໂຄງການເສັ້ນທາງດ່ວນເໜືອ - ໃຕ້ທາງທິດຕາເວັນອອກ ໄລຍະ 2017 – 2022 ຕອນ ກາມໂລະ - ລາເຊີນຜ່ານແຂວງ ກ໋ວາງຈິ ແລະ ເທື່ອທຽນເຫ້ວໄດ້ດຳເນີນຢູ່ຕາແສງ ກາມຮ້ຽວ, ແຂວງກ໋ວາງຈິ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມ ແລະ ມອບໜ້າທີ່ໃຫ້ແກ່ບັນດາຫົວໜ່ວຍກໍ່ສ້າງຢູ່ໂຄງການສຳຄັນນີ້.
        ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໄດ້້ເນັ້ນໜັກເຖິງຄວາມໝາຍຍຸດທະສາດຂອງເສັ້ນທາງດ່ວນ ເໜືອ - ໃຕ້ເຊິ່ງໄດ້ຮັບບຸລິມາສິດສະຫງວນແຫຼ່ງກຳລັງເງິນລົງທຶນຈາກພັກ ແລະ ລັດ. ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ເສັ້ນທາງດ່ວນຢູ່ ຫວຽດນາມ ຈະໄດ້ກໍ່ສ້າງຈາກຕອນດິນເໜືອສຸດ ນາມກວານ ຈົນຮອດ ແຫຼມກາເມົາ ເພື່ອແນໃສ່ເປົ້າໝາຍຊຸກຍູ້ການເຊື່ອມຕໍ່ລະຫວ່າງບັນດາແຂວງ, ນະຄອນ, ລະຫວ່າງບັນດາເຂດເສດຖະກິດຈຸດສຸມນໍາກັນຢ່າງແຮງ, ຜ່ານນັ້ນປະກອບສ່ວນຢ່າງຕັ້ງໜ້າເຂົ້າການພັດທະນາປະເທດຊາດ, ຍົກສູງຊີວິດການເປັນຢູ່ຂອງ ປະຊາຊົນ.
        ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ໂຄງການດັ່ງກ່າວ ຈະສືບຕໍ່ໄດ້ລົງມືກໍ່ສ້າງຢ່າງແຮງ, ຮັບປະກັນຄວາມຄືບໜ້າ, ຄຸນນະພາບຂອງໂຄງການ, ຖືກຕາມຂໍ້ກຳນົດຂອງລັດເພື່ອບໍ່ໃຫ້ເກີດກໍລະນີເສຍຫາຍ, ເປເພ່.
 (ແຫຼ່ງຄັດຈາກ VOV)


top