ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ: ກຳລັງຕຳຫຼວດປະກອບສ່ວນສຳຄັນເຂົ້າໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

      ຕອນເຊົ້າວັນທີ 25 ມິຖຸນາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານຕຳຫຼວດໃນ 6 ເດືອນຕົ້ນປີ 2020.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)
      ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ກະຊວງຕຳຫຼວດ ຫວຽດນາມ ຊາບຊຶມການຊີ້ນຳຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ກ່ຽວກັບວຽກງານຕຳຫຼວດ, ໃນນັ້ນ ໄດ້ເນັັ້ນໜັກເຖິງຄວາມຈົ່ງຮັກພັກດີຂອງກຳລັງຕຳຫຼວດທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນ.
            ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກໄດ້ຕີລາຄາສູງກຳລັງຕຳຫຼວດມີການປະກອບສ່ວນສຳຄັນເຂົ້າໃນການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພສັງຄົມ, ພິເສດແມ່ນໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບສູງໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ປົກປ້ອງສຸຂະພາບຂອງປະຊາຊົນ ແລະ ປະຕິບັດເປົ້າໝາຍຄວບຄູ່. ກຳລັງຕຳຫຼວດໄປຮອດແຕ່ລະຄອບຄົວ, ແຕ່ລະເຮືອນ ເພື່ອກວດຫາເຊຶ້ອໂຄວິດ ແລະ ແຍກຕົວຜູ້ທີ່ມີຄວາມສ່ຽງ, ຊ່ວຍໃຫ້ສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ອອກຊຸມຊົນຢູ່ໃນລະດັບຕ່ຳທີ່ສຸດ.
 (ແຫຼ່ງຄັດຈາກ VOV)


top