ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ: ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ບັນລຸໄດ້ບັນດາບາດກ້າວພັດທະນາຢ່າງຮອບດ້ານ ແລະ ແທ້ຈິງ

      ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາວ່າ: ພາຍຫຼັງ ການສ້າງຕັ້ງມາເປັນເວລາ 25 ປີ, ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ບັນລຸໄດ້ບັນດາບາດກ້າວພັດທະນາຢ່າງຮອບດ້ານ, ແທ້ຈິງ, ນັບມື້ນັບເຂົ້າສູ່ລວງເລິກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າການຮັກສາຄວາມໝັ້ນຄົງ, ສັນຕິພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານ Robert O’Brien ທີ່ປຶກສາດ້ານຄວາມໝັ້ນຄົງ ອາເມລິກາ (ພາບ: VGP)
      ວັນທີ 21 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Robert O’Brien ທີ່ປຶກສາດ້ານຄວາມໝັ້ນຄົງ ອາເມລິກາ ທີ່ພວມມີການຢ້ຽມຢາມ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ສອງປະເທດ. ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາວ່າ: ພາຍຫຼັງ ການສ້າງຕັ້ງມາເປັນເວລາ 25 ປີ, ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ບັນລຸໄດ້ບັນດາບາດກ້າວພັດທະນາຢ່າງຮອບດ້ານ, ແທ້ຈິງ, ນັບມື້ນັບເຂົ້າສູ່ລວງເລິກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າການຮັກສາຄວາມໝັ້ນຄົງ, ສັນຕິພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ. ທ່ານນາຍົກລັດຖະມົນຕີ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືການຮ່ວມມືທາງການຄ້າແມ່ນກຳລັງໜູນຕົ້ນຕໍ ໃນການພັດທະນາການພົວພັນສອງປະເທດ, ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກ ເພື່ອໃຫ້ວິສາຫະກິດບັນດາປະເທດ ໃນນັ້ນມີວິສາຫະກິດອາເມລິກາ ມາລົງທຶນ ແລະ ຜະລິດຢູ່ຫວຽດນາມ, ທ່ານກໍ່ສະເໜີໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດ ຈົ່ງຮັກສາການໂອ້ລົມສົນທະນາບົນຈິດໃຈສ້າງສາ, ເຄົາລົບເຊິ່ງກັນແລະກັນ ເພື່ອແນໃສ່ຊອກຫາວິທີການແກ້ໄຂບັນດາບັນຫາທີ່ຍັງມີຄວາມແຕກຕ່າງກັນ ເພື່ອບັນລຸໄດ້ໝາກຜົນທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.
            ສ່ວນທ່ານ Robert O’Brien ທີ່ປຶກສາ ຄວາມໝັ້ນຄົງ ແຫ່ງຊາດອາເມລິກາ ໄດ້ຢັ້ງຢືນວ່າ ອາເມລິກາ ຖືການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມເປັນສຳຄັນ, ບົນຈິດໃຈເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບການເມືອງຂອງກັນ ແລະ ໃຫ້ບັນດາຄຳໝັ້ນສັນຍາຢ່າງແຮງວ່າ ຈະສືບຕໍ່ຊຸກຍູ້ການພົວພັນໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີສະຖຽນລະພາບ ແລະ ໝັ້ນຄົງກ່ວາອີກໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)
 
 


top