ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ: ຄວບຄຸມໂລກລະບາດໃຫ້ເປັນຢ່າງດີເພື່ອຊຸກຍູ້ການເຄື່ອນໄຫວເສດຖະກິດ - ສັງຄົມ

      ຕອນເຊົ້າວັນທີ 10 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ເປັນປະທານກອງປະຊຸມແບບທາງໄກລະຫວ່າງຄະນະຊີ້ນຳແຫ່ງຊາດ ກັບຄະນະຊີ້ນຳ 63 ແຂວງ, ນະຄອນກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)
      ກ່າວຄຳເຫັນເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ, ໂລກລະບາດໂຄວິດ - 19 ກຳລັງໄດ້ຮັບການຄວບຄຸມໃນທົ່ວປະເທດ; ເສດຖະກິດ - ສັງຄົມກຳລັງຟື້ນຟູ, ພັດທະນາເທື່ອລະກ້າວ. ເຖິງຢ່າງໃດກໍ່ຕາມ, ໃນຊຸມມື້ມໍ່ໆມານີ້ສະພາບການໂລກລະບາດມີທ່າອ່ຽງຜັນແປຢ່າງສັບສົນ, ຜູ້ຕິດເຊື້ອກໍ່ມີທ່າອ່ຽງເພີ່ມຂື້ນ, ໂດຍສະເພາະແມ່ນຜູ້ຕິດເຊື້ອໃນຊຸມຊົນ; ໃນຂະນະທີ່ຄວາມອັນຕະລາຍຂອງສາຍພັນ Omnicron ແຊກຊືມ, ແຜ່ລະບາດແຮງ… ສະນັ້ນ, ທ່ານນາຍົກລັດຖະມົນຕີຮຽກຮ້ອງວ່າ, ຕ້ອງຄວບຄຸມໂລກລະບາດຢ່າງເຄັ່ງຄັດ, ຫຼຸດຜ່ອນຈຳນວນຜູ້ຕິດເຊື້ອ, ຜູ້ທີ່ມີອາການໜັກ ແລະ ຜູ້ເສຍຊີວິດຈາກໂລກລະບາດໃຫ້ຢູ່ໃນລະດັບຕ່ຳສຸດ; ສູ້ຊົນຮອດວັນທີ 15 ທັນວາ, ຊ້າສຸດແມ່ນທ້າຍເດືອນທັນວາປີ 2021ສຳເລັດການສັກຢາວັກຊິນເຂັມທີ 2 ໃຫ້ປະຊາຊົນທີ່ມີອາຍຸ 18 ປີຂື້ນໄປ; ສັກວັກຊິນເຂັມທີ 3 ໃຫ້ແກ່ບັນດາເປົ້າໝາຍທີ່ຈຳເປັນຄືກຳລັງແນວໜ້າຕ້ານໂລກລະບາດ ແລະ ຜູ້ທີ່ມີອາຍຸ 50 ປີຂື້ນໄປ, ມີພະຍາດປະຈຳຕົວ; ສູ້ຊົນຮອດວັນທີ 31 ມັງກອນ ປີ 2022 ສັກຢາວັກຊິນກັນໂຄວິດ - 19 ໃຫ້ເດັກທີ່ມີອາຍຸແຕ່ 12 ຫາ 18 ປີໃຫ້ຄົບ 2 ເຂັມ.
            ກ່ຽວກັບມາດຕະການປ້ອງກັນ, ຕ້ານໂຄວິດ - 19 ໃນໄລຍະທີ່ຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຂະແໜງການ ແລະ ທ້ອງຖິ່ນຕ່າງໆຈົ່ງຢືດໝັ້ນປະຕິບັດມາດຕະການປ້ອງກັນ, ຕ້ານໂລກລະບາດໂດຍອີງໃສ່ 3 ເສົາຄ້ຳ ແລະ ວິທີທີ່ໄດ້ກຳນົດແນະນຳໃຫ້ປະຊາຊົນໄປກວດພະຍາດໂຄວິດ - 19, ບໍໃຫ້ຂາດວັກຊິນ ແລະ ຢາປົວພະຍາດ.
(ແຫຼ່ງຄັດຈາກ VOV)


top