ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້ານມິງຈິງ ພົບປະກັບຜູ້ຕາງໜ້າປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ

      ວັນທີ 23 ພະຈິກ, ໃນການຢ້ຽມຢາມ ຍີ່ປຸ່ນ ຢ່່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບຜູ້ຕ່າງໜ້າປັນຍາຊົນ, ນັກວິທະຍາສາດ ຫວຽດນາມ ກຳລັງດຳລົງຊີວິດ ແລະ ເຮັດວຽກຢູ່ ຍີ່ປຸ່ນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້ານມິງຈິງ ພົບປະກັບຜູ້ຕາງໜ້າປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ
      ກ່າວຄຳເຫັນຢູ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະແດງໃຫ້ເຫັນມິຄວາມປາດຖະໜາຢາກໃຫ້ປັນຍາຊົນ, ນັກວິທະຍາສາດ ຫວຽດນາມ ຢູ່ ຍີ່ປຸ່ນ ສືບຕໍ່ມານະພະຍາຍາມຄົ້ນຄວ້າ, ບັນລຸຫຼາຍຜົນງານຫຼາຍທີ່ພົ້ນເດັ່ນກວ່ານີ້ອີກ, ໜູນໃຊ້ການຮ່ວມສຳພັນກັບເຄືອຂ່າຍບັນດານັກວິທະຍາສາດ, ອົງການຈັດຕັ້ງວິທະຍາສາດໃນໂລກ, ນຳພູມປັນຍາ, ຄວາມສຸດອົກສຸດໃຈຂອງຕົນປະກອບສ່ວນໃຫ້ປະເທດຊາດ ແລະ ປະກອບສ່ວນເຂົ້າໃນການປັບປຸງສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ 2 ປະເທດ ຫວຽດນາມ - ຍີ່ປຸ່ນ. ທ່ານນາຍົກລັດຖະມົນຕີມອບໝາຍໃຫ້ອົງການຮັບຜິດຊອບຮວບຮ່ວມບັນດາຄຳເຫັນ, ຂໍ້ສະເໜີແນະ, ໃນການພົບປະ ແລະ ໃຫ້ຮູ້ວ່າຈະມີບັນດາກົນໄກການເຮັດວຽກສະເພາະກັບນັກວິທະຍາສາດ, ປັນຍາຊົນໃນແຕ່ລະກຸ່ມບັນຫາດ້ວຍຫຼາຍຮູບການແຕກຕ່າງກັນ, ໃນນັ້ນມີຮູບການທາງໄກເພື່ອເສີມຂະຫຍາຍປະສິດທິຜົນຢ່າງສູງສຸດ.
 (ແຫຼ່ງຄັດຈາກ VOV)
 


top