ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊັວນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງໂຮງໝໍ K ປິ່ນປົວມະເຮັງ

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງໂຮງໝໍ K ປິ່ນປົ່ວມະເຮັງ (17/07/1969 – 17/07/2019) ແລະ ມອບຫຼຽນໄຊ ເອກະລາດ ຊັ້ນ 3.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງໂຮງໝໍ K ແລະ ຢ້ຽມຢາມຄົນເຈັບ (ພາບ: VGP)

ກ່າວຄໍາເຫັນນະທີ່ນີ້, ທ່ານ ຫງວຽນຊວັນຟຸກ ໄດ້ຊົມເຊີຍຖັນແຖວແພດໝໍ,  ພະຍາບານຂອງໂຮງໝໍ K ທຸກຖ້ວນໜ້າ ພາຍຫຼັງການກໍ່ສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວມາເປັນເວລາ 50 ປີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີວ່າ:

        “ໂດຍເປັນໂຮງໝໍປິ່ນປົ່ວສະເພາະຂະແໜງແຖວໜ້າຂອງປະເທດກ່ຽວກັບການປ້ອງກັນ, ຕ້ານມະເຮັງ, ໃນໄລຍະຈະມາເຖິງ, ໂຮງໝໍ K ຕ້ອງສືບຕໍ່ສວມບົດບາດເປັນໂຮງໝໍນໍາໜ້າ, ປະຈັນບານສູ້ຊົນໃຫ້ກາຍເປັນສູນປິ່ນປົວມະເຮັງແຖວໜ້າຂອງພາກພື້ນໃນໄວໆນີ້, ແມ່ນສະຖານທີ່ປິ່ນປົວທີ່ໜ້າໄວ້ເນື້ອເຊື່ອໃຈ ບໍ່ພຽງແຕ່ສໍາລັບຄົນເຈັບເທົ່ານັ້ນ ຫາກຍັງສໍາລັບເພື່ອນຮ່ວມອາຊີບ ແລະເພື່ອນມິດສາກົນ. ພິເສດ, ຕ້ອງປະຕິບັດບັນດາມາດຕະການໃຫ້ຄົບຊຸດ, ຍົກສູງຄຸນນະພາບ ການກວດ, ປິ່ນປົວພະຍາດ ໃຫ້ດີກວ່າອີກ ແລະ ມີປະສິດທິຜົນດ້ວຍທິດນໍາທີ່ວ່າ ຖືຄົນເຈັບເປັນໃຈກາງ, ຖືປະສິດທິຜົນການປິ່ນປົ່ວ ແລະ ຄວາມພໍໃຈຂອງຄົນເຈັບ ເປັນໄມ້ຫຼ້າວັດແທກຄຸນຄ່າ, ເປັນຄາດໝາຍເພື່ອສູ້ຊົນ. ເສີມຂະຫຍາຍປະສິດທິຜົນຂອງສູນຜ່າຕັດຫຸ່ນຍົນ, ສູນປຸງແຕ່ງຢາລວມສູນ, ຜັນຂະຫຍາຍເຕັກນິກການຜ່າຕັດ, ຍິງແສງໄລເຊີ; ໝູນໃຊ້ວີທີການປິ່ນປົວດ້ວຍການຍິງແສງໄລເຊີທີ່ທັນສະໄໝຂອງໂລກຄື ຍິງແສງໄລເຊີ Proton, I-on ໜັກ...”

        ສໍາລັບຄົນເຈັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ ໂຮງໝໍ ຄວນສືບຕໍ່ເອົາໃຈໃສ່ເຖິງການຮັບປະກັນສິດ, ຜົນປະໂຫຍດ ໃຫ້ແກ່ເປົ້າໝາຍທີ່ມີບັດປະກັນສຸຂະພາບ, ເປົ້າໝາຍນະໂຍບາຍ ໂດຍສະເພາະແມ່ນຄົນເຈັບທີ່ທຸກຍາກ.  

(ແຫຼ່ງຄັດຈາກ VOV)


top