ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກເຂົ້າຮ່ວມພິທີເປີດສະຫຼອງຫໍບູຊາບັນພະບູລຸດປະທານໂຮ່ຈີມິນ

      ຕອນເຊົ້າວັນທີ 16 ພຶດສະພາຢູ່ແຂວງເງະອານ, ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີເປີດສະຫຼອງຫໍບູຊາຈຸງເຊີນ - ຫໍບູຊາບັນພະບູລຸດປະທານໂຮ່ຈີມິນ - ຢູ່ພູຈຸງ, ຕາແສງກິມລຽນ ເມືອງນາມດ່ານ, ເຊິ່ງແມ່ນບ່ອນທີ່ປະທານໂຮ່ຈີມິນໄດ້ມີຄວາມຜູກພັນມາແຕ່ຄາວເຍົາໄວ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກເຂົ້າຮ່ວມພິທີເປີດສະຫຼອງຫໍບູຊາບັນພະບູລຸດປະທານໂຮ່ຈີມິນ
(ພາບ: TTXVN.)
      ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ ເມືອງນາມດ່ານ, ແຂວງເງະອານ ແຕ່ກ່ອນແມ່ນເຂດດິນແດນທີ່ເຕັມໄປດ້ວຍຜູ້ມີຄວາມເກັ່ງກ້າສາມາດ, ແມ່ນເຂດດິນແດນທີ່ເຕັມໄປດ້ວຍມູນເຊື້ອປະຫວັດສາດ, ວັດທະນະທຳ ແລະ ປະຕິວັດ. ທ່ານກ່າວວ່າ:
        ຫໍບູຊາ ຈຸງເຊີນ, ຫໍບູຊາບັນພະບູລຸດປະທານໂຮ່ຈີມິນ ແມ່ນບ່ອນບູຊາບັນພະບູລຸດ, ບູຊາຜູ້ໃຫ້ກຳເນີດປະທານໂຮ່ຈີມິນທີ່ຍິ່ງໃຫຍ່ຂອງຊາດ ຫວຽດນາມ, ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງເພິ່ນ. ນີ້ແມ່ນຄັ້ງທຳອິດ ໃນທົ່ວປະເທດທີ່ມີບ່ອນບູຊາສັກສິດ, ເຄັ່ງຂຶມ, ແມ່ນສະຖານທີ່ວັດທະນະທຳມີຄວາມໝາຍປະຫວັດສາດເພື່ອໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ສະແດງຄວາມເຄົາລົບນັບຖື, ສະແດງຄວາມຮູ້ບຸນຄຸນຕໍ່ຍາດຕິພິນ້ອງ ຂອງຄອບຄົວລຸງໂຮ່.
 (ແຫຼ່ງຄັດຈາກ VOV)


top