ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບຄະນະຜູ້ແທນວິສາຫະກິດ ຈີນ ລົງທຶນຢູ່ ຫວຽດນາມ

      ຕອນບ່າຍວັນທີ 12 ມິຖຸນາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບວິສາຫະກິດ ຈີນ ບາງແຫ່ງພວມປະຕິບັດການລົງທຶນໃນຂົງເຂດຕ່ຳແຜ່ນຕັດຫຍິບ, ເສັ້ນຝ້າຍທີ່ມີຄຸນນະພາບສູງ, ເຄື່ອງອາໄຫຼ່ກົນຈັກ, ຢາງລົດໂອໂຕຢູ່ ຫວຽດນາມ.

ທີ່ການຕ້ອນຮັບ (ພາບ: TTXVN)
      ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາວິສາຫະກິດ ຈີນ ຢາກເປີດກ້ວາງການລົງທຶນຢູ່ ຫວຽດນາມ, ທ່ານເນັ້ນໜັກວ່າ ລັດຖະບານ ແລະ ທ້ອງຖິ່ນຕ່າງໆຂອງ ຫວຽດນາມ ຍາມໃດກໍ່ຮັບຟັງບັນດາວິສາຫະກິດ ເພື່ອສືບຕໍ່ສ້າງຄວາມສະດວກແກ່ນັກລົງທຶນໃຫ້ຫລາຍກ່ວາເກົົ່າ; ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ: ປະຈຸບັນ ຈີນແມ່ນຕະຫລາດນຳເຂົ້າໃຫຍ່ສຸດ ແລະ ແມ່ນຕະຫລາດສົ່ງອອກໃຫຍ່ອັນດັບທີ 2 ຂອງ ຫວຽດນາມ; ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ກ່ວາໝູ່ຂອງ ຈີນ ແລະ ອາຊຽນ, ປີ 2019, ວົງເງິນການຄ້າ 2 ສົ້ນບັນລຸໄດ້ 120 ຕື້ USD, ໃນນັ້ນ ຫວຽດນາມ ນຳເຂົ້າເກີນດຸນຫລາຍກ່ວາ 30 ຕື້ USD.
        ທີ່ການຕ້ອນຮັບ, ທ່ານ ຕາວຫວຍ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ ກຸ່ມບໍລິສັດ Texhong ຫວຽດນາມ, ຕາງໜ້າໃຫ້ແກ່ບັນດາວິສາຫະກິດ ຈີນ ໃຫ້ຮູ້ວ່າ: ບັນດາວິສາຫະກິດ ຈີນ ຕີລາຄາສູງ ຕໍ່ພັກ, ລັດ ຫວຽດນາມ ທີ່ໄດ້ຜ່ານຜ່າສິ່ງທ້າທາຍ, ຄວບຄຸມໂລກລະບາດໄດ້ສຳເລັດ, ປະກອບສ່ວນສ້າງຄວາມສະດວກໃຫ້ແກ່ວິສາຫະກິດລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ, ໃນນັ້ນ ມີວິສາຫະກິດ ຈີນ.
(ແຫຼ່ງຄັດຈາກ VOV)


top