ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽງ

      ວັນທີ 2 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽງ ເພື່ອປຶກສາຫາລືກ່ຽວກັບວຽກງານຮ່ວມມືປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽງ  (ພາບ: BNG)
      ທີ່ການໂອ້ລົມທາງໂທລະສັບ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບ ສະພາບການ ແລະ ໝາກຜົນຂອງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຂອງແຕ່ລະປະເທດ. ທ່ານ ຫງວຽນຊວັນຟຸກ ເນັ້ນໜັກວ່າ ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຂອງ ຫວຽດນາມໄດ້ຮັບການຜັນຂະຫຍາຍຢ່າງແຮງ ນັບແຕ່ຂັ້ນສູນກາງລົງຮອດບັນດາທ້ອງຖິ່ນ ດ້ວຍເນື້ອໃນຈິດໃຈ “ຕ້ານໂລກລະບາດ ຄືຕ້ານສັດຕູ”. ພາຍຫຼັງບັນລຸໄດ້ໝາກຜົນທີ່ຕັ້ງໜ້າໃນໄລຍະເບື້ອງຕົ້ນ, ປັດຈຸບັນໄດ້ກ້າວເຂົ້າສູ່ໄລຍະໃໝ່ດ້ວຍການຜັນແປຢ່າງສັບສົນທີ່ສຸດໃນທົ່ວໂລກ, ແຕ່ວ່າ ຫວຽດນາມ ພວມຄວບຄຸມໄດ້ສະພາບການໂລກລະບາດ, ເປັນເຈົ້າການໃນການປ້ອງກັນ, ສະກັດກັ້ນໂລກລະບາດບໍ່ໃຫ້ແຜ່ລາມ, ມານະພະຍາຍາມຮັບປະກັນຊີວິດສັງຄົມ, ຄວາມປອດໄພໃຫ້ແກ່ປະຊາຊົນ ຫວຽດນາມ ແລະ ພົນລະເມືອງຕ່າງປະເທດທີ່ພວມດຳລົງຊີວິດຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ  ຫງວຽນຊວັນຟຸກ ສະແດງຄວາມຂອບໃຈຕໍ່ການໜູນຊ່ວຍຂອງ ຈີນຜ່ານບັນດາຮູບການແລກປ່ຽນປະສົບການ ແລະ ການໜູນຊ່ວຍອຸປະກອນການແພດໃຫ້ແກ່ ຫວຽດນາມຂອງບາງນະຄອນ, ແຂວງ, ວິສາຫະກິດ ຂອງຈີນ.
        ທ່ານ ຫຼີເຄີຊຽງ ແຈ້ງໃຫ້ຊາບ ບັນດາຜົນງານຂອງ ຈີນໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດCOVID-19, ພ້ອມທັງຕີລາຄາສູງຕໍ່ເລື່ອງ ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ຢ່າງມີປະສິດທິຜົນ ແລະ ປັດຈຸບັນພວມຄວບຄຸມສະພາບການໄດ້ດີໂດຍພື້ນຖານ, ທ່ານກໍ່ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຂອງ ຫວຽດນາມໃນໄລຍະທີ່ໂລກລະບາດ ຢູ່ ຈີນ ພວມຜັນແປຢູ່ໃນລະດັບສູງທີ່ສຸດ. ສອງຝ່າຍໄດ້ເຫັນດີເປັນເອກະພາບ ໂດຍຖືເອົາການຮັກສາສຸຂະພາບ ແລະ ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງ ພົນລະເມືອງຂອງປະເທດນີ້ຢູ່ປະເທດນັ້ນເປັນສຳຄັນ.
        ສ່ວນການເພີ່ມທະວີການຮ່ວມມືສາກົນໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ທ່ານ ຫງວຽນຊວັນຟຸກ ຢັ້ງຢືນວ່າ ດ້ວຍຖານະເປັນປະທານອາຊຽນ, ຫວຽດນາມໄດ້ ແລະ ພວມເປັນປະທານໃນການແລກປ່ຽນ, ເພີ່ມທະວີການສົມທົບກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດລະຫວ່າງບັນດາປະເທດອາຊຽນ ແລະ ອາຊຽນກັບບັນດາປະເທດຄູ່ຮ່ວມມື, ໃນນັ້ນມີກົນໄກອາຊຽນ + 3.
 (ແຫຼ່ງຄັດຈາກ VOV)


top